ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງຫົວພັນ ຈັດພິທີເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ ແລະ ຈູດທຳລາຍຢາເສບຕິດ ທີ່ຢຶດໄດ້ ແລະ ສານຕັດສິນໃຫ້ໃຊ້ໄດ້ຢ່າງເດັດຂາດແລ້ວ ໃນວັນທີ 10 ຕຸລາ 2024 ທີ່ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຫົວພັນ ເພື່ອເປັນແບບຢ່າງແກ່ສັງຄົມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຫລຸດໜ້ອຍຖອຍລົງ ໂດຍມີ ທ່ານ ຕົງລີ ເຕັ້ງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫົວພັນ, ທ່ານ ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດຖະກອນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ.
ໃນພິທີໄດ້ຈັດກິດຈະກຳຍ່າງມາລາທອນ ເພື່ອສຸຂະພາບ ແລະ ຮັບຟັງປະຫວັດຄວາມເປັນມາ ຂອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ພ້ອມທັງສະຫລຸບວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໄລຍະ 2024-2025 ໂດຍໄດ້ເອົາໃຈໃສ່ລົງໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ກ່ຽວກັບວາລະແຫ່ງຊາດ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ບ້ານເປົ້າໝາຍຢ່າງຕໍ່ເນື່ອງ ສາມາດສ້າງບ້ານປອດຢາເສບຕິດໄດ້ 21 ບ້ານ, ໂຮງຮຽນມັດທະຍົມ 142 ແຫ່ງ, ໂຮງຮຽນປະຖົມ 706 ແຫ່ງ, ບໍາບັດດັດສ້າງຜູ້ຕິດຢາເສບຕິດໄດ້ 150 ຄົນ ຍິງ 5 ຄົນ, ປິ່ນປົວຫາຍດີແລ້ວ 93 ຄົນ ຍິງ 2 ຄົນ, ບໍາບັດແບບຊຸມຊົນ ຢູ່ 6 ເມືອງຄື: ເມືອງຊໍາເໜືອ, ວຽງໄຊ, ຊ່ອນ, ຊໍາໃຕ້ ແລະ ເມືອງກວັນ ມີຜູ້ຕິດຢາເສບຕິດມາຮັບການບຳບັດທັງໝົດ 20 ຄົນ.
ໃນປີ 2024-2025 ທົ່ວແຂວງຫົວພັນ ມີຜູ້ຕິດຢາເສບຕິດ 5.356 ຄົນ ຍິງ 496 ຄົນ, ໄດ້ຊຸກຍູ້ໃຫ້ປະຊາຊົນປູກກາເຟທົດແທນການປູກຝິ່ນ ບ້ານເປົ້າໝາຍ ມີ 158 ຄອບຄົວ, ມີເນື້ອທີ 117 ເຮັກຕາ. ໄລຍະໜຶ່ງປີຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ 151 ເລື່ອງ, ມີຜູ້ຕ້ອງຫາ 203 ຄົນ ຍິງ 10 ຄົນ, ຄົນຕ່າງປະເທດ 5 ຄົນ ແລະ ຢຶດຂອງກາງໄດ້ຈໍານວນຫລາຍລາຍການເປັນຕົ້ນ ຢາບ້າ 28.679 ເມັດ, ເຮໂລອິນ 9 ແທ່ງ 28 ຫໍ່, ຢາຝິ່ນ 3 ຫໍ່ ນໍ້າໜັກ 185,8 ກຣາມ, ຢາໄອ໌ 1 ຫໍ່ ນໍ້າໜັກ 1 ກິໂລກຣາມ, ຢາອີ 1 ຖົງນໍ້າໜັກ 800 ກຣາມ, ເຄຕາມິນ 1.371,1 ກຣາມ, ຢາສູບໄຟຟ້າ 13 ຫລອດ, ໃບກະທ່ອມ 14 ຖົງ 18 ຊຸດ, ນໍ້າໜັກ 4.426,7 ກຣາມ, ແກ່ນຝິ່ນ 1 ຖົງ, ນໍ້າໜັກ 470 ກຣາມ, ອາວຸດເສິກ 1 ກະບອກ, ອາວຸດລ່າເນື້ອ 28 ກະບອກ, ລູກກະສູນ 142 ລູກ, ລົດຈັກ 76 ຄັນ, ໂທລະສັບ 82 ໜ່ວຍ, ເງິນກີບ 63.528.000 ກີບ, ເງິນດົງ 72.140.000 ດົງ, ອຸປະກອນເສບຢາ 8 ຊຸດ, ສາຍຄໍຄ້າຍຄືຄໍາ 01 ເສັ້ນ ແລະ ຈັກສະຕິນ 2 ເຄື່ອງ.
ການຈູດທໍາລາຍຢາເສບຕິດ ໃນຄັ້ງນີ້ປະກອບມີ: ເຮໂຣອິນ 1.065,50 ກຣາມ, ຢາບ້າ 42.159 ເມັດ ນໍ້າໜັກ 4.900,8 ກຣາມ, ຢາຝິ່ນນ້ຳໜັກ 28.563,2 ກຣາມ, ເຄຕາມິນ ນໍ້າໜັກ 3,4 ກຣາມ, ສານໂມໂນອາເຊຕີມໍຟີນ 390 ກຣາມ, ສານອາເຊຕາມີໂນເພັນ 2.900 ກຣາມ, ສານຄາເຟອິນ 7,5 ກຣາມ ແລະ ຢາສູບໄຟຟ້າ 14 ຫລອດ.
ຂ່າວ-ພາບ: ສີອຳພອນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |