ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ
ປັດຈຸບັນ ສະຫະລັດອາເມລິກາ ຍັງມີກົດລະບຽບຄວບຄຸມການສົ່ງອອກຊິບ AI ລະດັບສູງໄປຍັງປະເທດຈີນ ເນື່ອງຈາກຄວາມກັງວົນວ່າຈະເປັນໄພຕໍ່ຄວາມໝັ້ນຄົງ ເຮັດໃຫ້ທາງ Nvidia ຕ້ອງພັດທະນາຊິບ AI ແບບຫຼຸດສະເປັກ (ຢ່າງຫຼວງຫຼາຍ) ເພື່ອສົ່ງອອກໄປຈີນຕາມກົດລະບຽບຂອງລັດຖະບານສະຫະລັດຯ ແນວໃດກໍຕາມ, Jensen Huang ຊີອີໂອຂອງ Nvidia ເຫັນວ່າວິທີການນີ້ອາດຈະສ້າງຜົນເສຍຫຼາຍກວ່າປະໂຫຍດ ບີບໃຫ້ຈີນກາຍເປັນ ‘ຄູ່ແຂ່ງທີ່ທຽບເທົ່າ’ ໃນອະນາຄົດ.
ໃນລາຍການພອດແຄສ BG2 ທີ່ມີ Jensen Huang ຊີອີໂອ ແລະ ຜູ້ກໍ່ຕັ້ງ Nvidia ມາຮ່ວມສົນທະນາປະເດັນເລື່ອງ AI ແລະ American Dream ແບບເຈາະເລິກ ຈົນເຖິງຊ່ວງໜຶ່ງມີຄຳຖາມຈາກພິທີກອນວ່າ “ຄິດແນວໃດກັບປະເທດຈີນ ທີ່ຖືກສະຫະລັດຯ ຄວບຄຸມຢ່າງເຂັ້ມງວດການສົ່ງອອກຊິບ AI ຢູ່” ກໍໄດ້ຄຳຕອບວ່າ:
“ຈີນຕາມຫຼັງສະຫະລັດຯ ພຽງແຕ່ນາໂນເສດວິນາທີໃນດ້ານນີ້ແລ້ວ, ພວກເຮົາກຳລັງປະເຊີນໜ້າກັບຄູ່ແຂ່ງທີ່ຫນ້າຢ້ານຢ່າງຫຼວງຫຼາຍ”
Jensen Huang ເປີດເຜີຍວ່າຈີນມີຄວາມ ‘ຫິວໂຫຍ’ ຕໍ່ການພັດທະນາຊິບຂອງຕົນເອງຢ່າງແທ້ຈິງ, ເຊິ່ງຄົນໃນປະເທດນີ້ມີວັດທະນະທຳ ‘9-9-6’ ຫຼື ການເຮັດວຽກທີ່ໜັກທີ່ສຸດ ຄື: ການໃຊ້ເວລາເຮັດວຽກ 6 ວັນຕໍ່ອາທິດ ແລະ ໃຊ້ເວລາເຮັດວຽກແຕ່ລະວັນຕັ້ງແຕ່ 09:00 ຫາ 21:00 ໂມງ. ເອີ້ນໄດ້ວ່າຈີນມີທັງຄວາມຢາກຢາກໄດ້, ການແຂ່ງຂັນພາຍໃນ, ການເລັ່ງເຄື່ອນໄຫວ, ເຊິ່ງທັງໝົດບໍ່ມີການກຳກັບໃດໆມາຂັດຂວາງດ້ວຍ.
ດັ່ງນັ້ນຈຶ່ງບໍ່ແປກທີ່ຈີນຈະຕາມຫຼັງພວກເຮົາ (ຫຼື ສະຫະລັດຯ) ພຽງນາໂນເສດວິນາທີແລ້ວ ໃນດ້ານການຜະລິດຊິບ AI ຂອງຕົນເອງ, ພ້ອມກັບເປີດກວ້າງການລົງທຶນຈາກຕ່າງປະເທດ, ໃນຂະນະທີ່ສະຫະລັດຯ ເຮັດຕົງກັນຂ້າມ ແລະ ເປັນການຕັດລາຍໄດ້ຫຼາຍພັນລ້ານໂດລາຯ ທີ່ຄວນຈະຖືກນຳກັບມາລົງທຶນໃນ R&D ຫຼື ພັດທະນາຊິບ AI ຂອງສະຫະລັດຯ ເອງຊະເລີຍ.
ສ່ວນຕົວຊິບປະມວນຜົນ AI ແບບຫຼຸດສະເປັກ ເຊັ່ນ H20 ທາງຈີນກໍບໍ່ມີຄວາມຕ້ອງການເໝືອນກ່ອນແລ້ວ ເພາະເຫັນວ່າເປັນຊິບລ້າສະໄໝ, ບໍ່ດີຕໍ່ສິ່ງແວດລ້ອມ ແລະ ບໍ່ປອດໄພ ເຖິງຂັ້ນວ່າຕົວຊິບມີ ‘Black Door’ ຫຼື ຊ່ອງໂຫວ່ຂອງລະບົບ, ຫຼື ມີປຸ່ມ Kill Switches ຫຼື ທຳລາຍຕົວຊິບຈາກໄລຍະໄກໃນສະຫະລັດຯ ເລີຍ, ຈາກການລາຍງານວ່າ Huawei ໄດ້ເຕືອນໃຫ້ບໍລິສັດເທັກໂນໂລຢີອື່ນໆຂອງຈີນ ຫຼີກລ່ຽງຊິບ H20 ຈາກ Nvidia ຮຽບຮ້ອຍແລ້ວ.
ທີ່ມາ: Techspot
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |