ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງອົງຄະນະພັກ ສຊປລ ຄັ້ງທີ V (2021-2025) ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ III; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສຊປລ ຄັ້ງທີ V, ຜ່ານມາດຖານ ແລະ ເງື່ອນໄຂຜູ້ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່, ຜ່ານມາດຖານ ແລະ ເງື່ອນໄຂຜູ້ແທນກອງປະຊຸມທີ່ຈະໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ສຊປລ ຄັ້ງທີ VI ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກສະຫາຍ ສິນລະວົງ ຄຸດໄພທູນ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ທົ່ວອົງຄະນະພັກ ສຊປລ.
ສະຫາຍ ທອງລີ ສຸລິດ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນຖານະທີ່ເປັນຕົວແທນຂອງສະມາຊິກພັກ ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸ ຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ຍຸພິນທອງ + ບຸນອູ້ມ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |