pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
ຮຽບຮຽງໂດຍ:Pele
ເຜີຍແຜ່: 20 October, 2025

ຕາມລາຍງານຂອງສື່ມວນຊົນກຳປູເຈຍ ວັນທີ 19 ຕຸລາ 2025 ກຳປູເຈຍໄດ້ເດັດສິນໃຈເນລະເທດປະຊາຊົນຫວຽດນາມ 48 ຄົນ ອອກຈາກປະເທດ ມີຄວາມກ່ຽວຂ້ອງກັບການລະເມີດປະກາດການຂັບໄລ່ຊາວຕ່າງຊາດອອກຈາກອານາຈັກກຳປູເຈຍ ເນື່ອງຈາກການຢູ່ອາໄສ ແລະ ເຮັດວຽກໂດຍບໍ່ຖືກຕ້ອງ (ການຫລອກລວງອອນລາຍ)

 

 

ໃນວັນທີ 18 ຕຸລາ 2025 ພລເອກ ຊົກ ວາສະນາ ອະທິບະດີກົມກວດຄົນເຂົ້າເມືອງ ໄດ້ສັ່ງການໃຫ້ກອງສືບສວນ ແລະ ດຳເນີນຄະດີ ເນລະເທດຊາວຫວຽດນາມທັງໝົດ 48 ຄົນ (ຍິງ 6 ຄົນ) ອອກຈາກອານາຈັກກຳປູເຈຍ ຜ່ານດ່ານກວດຄົນເຂົ້າເມືອງພະນົມແດນ ແຂວງຕາແກ້ວ

 

 

ຜູ້ຖືກເນລະເທດມີສ່ວນກ່ຽວຂ້ອງກັບຄະດີລະເມີດປະກາດການຂັບໄລ່ຊາວຕ່າງຊາດ, ການຢູ່ອາໄສ ແລະ ເຮັດວຽກໂດຍບໍ່ຖືກຕ້ອງ (ການຫລອກລວງອອນລາຍ), ການລັກລອບຂ້າມພົມແດນໂດຍບໍ່ຖືກຕ້ອງ ແລະ ການຄອບຄອງ ຫຼື ໃຊ້ສານເສບຕິດໂດຍຜິດກົດໝາຍ

 

 

ກອງສືບສວນ ແລະ ດຳເນີນຄະດີໄດ້ຮັບຕົວຜູ້ຕ້ອງຫາມາຈາກ ສຳນັກງານຕຳຫຼວດກອງປະຈຳນະຄອນພະນົມເປັນ, ແຂວງສະຫວາຍຣຽງ, ແຂວງພຣະສີໜຸ, ແຂວງຕະບອງຂະມຸມ, ແຂວງໄພແວງ ແລະ ກົມປາບປາມຢາເສບຕິດ ພາຍໃຕ້ສຳນັກງານຕຳຫຼວດແຫ່ງຊາດ

 

ທີ່ມາ ແລະ ຮູບພາບ: ກົມກວດຄົນເຂົ້າເມືອງກຳປູເຈຍ (General Department of Immigration)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
ຢ່າລື່ມກົດຕິດຕາມ