
ພິທີເປີດບັ້ນໂຄສະນາ ແລະ ຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 20 ຕຸລານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບັກຄາດໍ ກາເດຣົບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ທ່ານ ບັກຕິຢໍ ຄາເດຍຣົບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ບັນດາທ່ານ ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍແຂກຖືກເຊີນ.
ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ການເລີ່ມຕົ້ນລົງເກັບກຳຂໍ້ມູນພາກສະໜາມ ການສໍາຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ຈະໄດ້ເລີ່ມຕົ້ນໃນວັນທີ 3 ພະຈິກ 2025 ຊຶ່ງພວກເຮົາຈະໄດ້ນັບຖອຍຫຼັງແລ້ວ. ສະນັ້ນ, ການໂຄສະນາ ແລະ ການກະຕຸກຊຸກຍູ້ ເພື່ອໃຫ້ທຸກພາກສ່ວນ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ເພື່ອເຮັດໃຫ້ບັນດາການນໍາພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ນັກຮຽນຮູ້, ນັກສຶກສາຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ແລະ ທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈ ເພື່ອໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສະໜອງຂໍ້ມູນ ໃຫ້ແກ່ນັກເດີນສໍາຫຼວດ.
ການສໍາຫຼວດຄັ້ງນີ້ ແມ່ນມີຄວາມສໍາຄັນທີ່ສຸດ ຊຶ່ງພວກເຮົາຈະໄດ້ເກັບກຳຂໍ້ມູນອັນສໍາຄັນ ກ່ຽວກັບເສດຖະ ກິດ ແລະ ສັງຄົມ ເປັນຕົ້ນຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການຕາຍ ແລະ ດ້ານສຸຂະອະນາໄມ. ຂໍ້ມູນດັ່ງກ່າວຈະສາມາດສ່ອງແສງໃຫ້ເຫັນໄດ້ການປ່ຽນແປງທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການແຈກຢາຍ ຂອງ ພົນລະເມືອງ ໃນຮອບ 10 ປີ ຜ່ານມາ. ຂໍ້ມູນດັ່ງກ່າວນີ້ຈະເປັນຂໍ້ມູນພື້ນຖານ ໃນການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເປັນຂໍ້ມູນສໍາລັບສ້າງບົດລາຍງານແຫ່ງຊາດແບບສະໝັກໃຈເຫຼັ້ມທີ 4 (VNR 4) ຂອງລັດຖະບານ; ປະເມີນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ; ການຄິດໄລ່ດັດຊະນີການພັດທະນາມະ ນຸດ ແລະ ຜົນປະໂຫຍດທາງດ້ານປະຊາກອນ, ການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ.
ມາຮອດປັດຈຸບັນ, ຖືວ່າພວກເຮົາໄດ້ມີຄວາມພ້ອມໃນການລົງເກັບກຳຂໍ້ມູນພາກສະໜາມແລ້ວ. ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື ປະ ກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດໃນຄັ້ງນີ້ ຢ່າງກວ້າງ ແລະ ທົ່ວເຖິງ, ພວກເຮົາຈຶ່ງພ້ອມກັນເປີດພິທີໃນມື້ນີ້ ເພື່ອປະກາດບັ້ນໂຄສະນາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ. ໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ຮຽກຮ້ອງມາຍັງທຸກພາກສ່ວນອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອໍານາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມຈົ່ງເປັນເຈົ້າການຮ່ວມແຮງຮ່ວມໃຈ ສະໜັບສະໜູນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5 ປີ 2025 ໄດ້ຮັບຜົນສຳເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍ.
ອີກເທື່ອໜຶ່ງ ໃນນາມຮອງຫົວໜ້າຄະນະຊີ້ນໍາລະດັບຊາດ, ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າຂໍສະແດງ ຄວາມຂອບໃຈມາຍັງລັດຖະບານປະເທດ ສປ ຈີນ, ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ຄະນະຊີ້ນໍາລະດັບຊາດ ແລະ ຂັ້ນແຂວງ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດເຖິງນັກເດີນສໍາຫຼວດ ແລະ ນັກກວດກາທຸກທ່ານທີ່ທຸ່ມເທເຫື່ອແຮງ ແລະ ປະກອບສ່ວນສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການເຮັດໃຫ້ຂະບວນການກະກຽມ ການສໍາຫຼວດໃນຄັ້ງນີ້ ມີຄວາມພ້ອມ ແລະ ໄດ້ຮັບຜົນສໍາເລັດ.
(ຂ່າວ-ພາບ: ແສງຈັນ, ສໍານານ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |