
ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫຼວງວຽງຈັນ ຈະມີການບໍລິການກວດຕາ, ແຈກແວ່ນຕາ (ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ຟຣີ ໃນວັນ ທີ 22 ຕຸລາ 2025ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 23 ປີ (12 ຕຸລາ 2002-12 ຕຸລາ 2025).
ພະຍາດສາຍຕາຂຸ່ນ (ແກ່ນຕາຂຸ່ນ) ແມ່ນພົບເຫັນຫຼາຍທົ່ວໄປໃນກຸ່ມຄົນອາຍຸ 50 ປີຂຶ້ນໄປ, ແກ່ນຕາຂຸ່ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ່ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.
ແກ່ນຕາຂຸ່ນ ຈະມີອາການສາຍຕາມົວ, ເຫຼື້ອມຕາເວລາເບິ່ງແສງແຈ້ງ ແລະ ມັກມີວົງອ້ອມແສງດັ່ງກ່າວ ແລະ ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.
ທີ່ມາ: ໜັງສືພິມວຽງຈັນທາຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,536 | 21,813 |
![]() THB | 660.47 | 671.37 |
![]() EUR | 24,193 | 24,678 |
![]() CNY | 2,939 | 2,997 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,920,000 | 48,450,000 |
![]() | 47,296,000 | 48,559,000 |