pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 27 October, 2025

ຂ່າວຕ່າງປະເທດລາຍງານວ່າ: ຍານອະວະກາດຂົນສົ່ງລຸ້ນໃໝ່ HTV-X ຂອງຍີ່ປຸ່ນ ຖືກສົ່ງຂຶ້ນສູ່ອະວະກາດສຳເລັດຜົນ ຈາກສູນອະວະກາດທາເນງາຊິມະ ແຂວງຄາໂງຊິມະ ໃນເວລາ 9:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 26 ຕຸລາ ຜ່ານມາ. ໂດຍໄດ້ຖືກບັນທຸກຢູ່ເທິງຈະຫຼວດ H3 ໝາຍເລກ 7 ແລະ ເຂົ້າສູ່ວົງໂຄຈອນຕາມທີ່ວາງແຜນໄວ້ໃນປະມານ 14 ນາທີຕໍ່ມາ.

 

ຍານອະວະກາດບໍ່ມີຄົນຂັບດັ່ງກ່າວ ຊຶ່ງພັດທະນາໂດຍອົງການສຳຫຼວດອະວະກາດຍີ່ປຸ່ນ (JAXA), ຈະເຮັດໜ້າທີ່ຂົນສົ່ງອຸປະກອນສຳລັບການທົດລອງ ແລະ ສະບຽງອື່ນໆໄປຍັງສະຖານີອະວະກາດນາໆຊາດ (ISS). ໃນເບື້ອງຕົ້ນ, ການສົ່ງຍານອະຍະກາດດັ່ງກ່າວໄດ້ຖືກກຳນົດໄວ້ໃນວັນທີ 21 ຕຸລາ ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປຍ້ອນສະພາບອາກາດບໍ່ເອື້ອອຳນວຍ.

 

HTV-X ເປັນຍານອະວະກາດລຸ້ນໃໝ່ທີ່ມາແທນຍານຂົນສົ່ງສິນຄ້າ “Kounotori” ທີ່ຖືກປິດໃຊ້ງານມາເປັນເວລາ 5 ປີແລ້ວ. ໂດຍມີໂຄງສ້າງທີ່ເບົາກວ່າ ແລະ ລະບົບຕ່າງໆທີ່ໄດ້ຮັບການປັບປຸງ ເຮັດໃຫ້ມີຄວາມສາມາດໃນການຂົນສົ່ງເພີ່ມຂຶ້ນປະມານ 1.5 ເທົ່າ. ຍານອະວະກາດມີຄວາມຍາວ 8 ແມັດ ແລະ ເສັ້ນຜ່າສູນກາງ 4.4 ແມັດ ແລະ ສາມາດບັນທຸກເຄື່ອງໄດ້ຫຼາຍກວ່າ 5.8 ໂຕນ.

 

ຍານອະວະກາດດັ່ງກ່າວຈະໃຊ້ເວລາເດີນທາງປະມານສີ່ມື້, ເພື່ອເຂົ້າໃກ້ສະຖານີອະວະກາດນາໆຊາດກ່ອນທີ່ຈະຖືກຢຶດໂດຍແຂນຫຸ່ນຍົນຂອງສະຖານີ ແລະ ເມື່ອເຂົ້າຈອດແລ້ວ, ກໍຈະເລີ່ມຂົນສົ່ງເຄື່ອງຕ່າງໆ ຊຶ່ງເປັນສ່ວນໜຶ່ງຂອງການປະກອບສ່ວນຂອງຍີ່ປຸ່ນໃນການຮ່ວມມືດ້ານອາວະກາດສາກົນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ