
ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ບັນດາການນຳແຕ່ລະຂັ້ນຂອງຝ່າຍລາວ ແລະ ຈີນ ໄດ້ຂຶ້ນມີຄຳເຫັນສະແດງຄວາມຍິນດີຕໍ່ການສ້າງຕັ້ງສະພາການຄ້າຄັ້ງນີ້. ຄຳເຫັນຕ່າງໆໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອົງກອນໃໝ່ນີ້ ໃນການເປັນຂົວຕໍ່ເພື່ອຊຸກຍູ້ການພົວພັນການຄ້າ ແລະ ການລົງທຶນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະພາການຄ້າຈະເປັນກຳລັງສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ. ຈາກນັ້ນ, ປະທານສະພາການຄ້າຈີນ ປະຈໍາແຂວງອຸດົມໄຊ, ພ້ອມດ້ວຍການນຳແຂວງ ບັນດາການນຳສຳຄັນທັງສອງຝ່າຍ ໄດ້ຮ່ວມກັນເປີດຜ້າຄຸມປ້າຍສະພາການຄ້າ ຊຶ່ງເປັນການປະກາດເຖິງການເລີ່ມຕົ້ນການເຄື່ອນໄຫວຢ່າງເຕັມທີ່ຂອງອົງກອນນີ້.
ຈຸດປະສົງ ແລະ ຄວາມຄາດຫວັງໃນການສ້າງຕັ້ງ ແລະ ເປີດສຳນັກງານສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ ເພື່ອເຕົ້າໂຮມ ແລະ ຄຸ້ມຄອງ ເປັນສູນກາງໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາບັນດາຫົວໜ່ວຍທຸລະກິດຊາວຈີນທີ່ດຳເນີນທຸລະກິດຢູ່ໃນແຂວງອຸດົມໄຊ. ໃຫ້ການຊ່ວຍເຫຼືອ ແລະ ຄຳປຶກສາແກ່ນັກທຸລະກິດຈີນ ເພື່ອໃຫ້ການດຳເນີນທຸລະກິດເປັນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.
ພີທີດັ່ງກ່າວ, ໄດ້ຈັດຂື້ນໃນວັນທີ່ 27 ຕຸລາຜ່ານມາ ທີ່ໂຮງແຮມເຊີງຊາງ ໂດຍມີ ທ່ານ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ມີທ່ານ ຈ່າງເສີຜິງ ກົງສຸນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ ພ້ອມດ້ວຍ ຄະນະປະທານສະພາການຄ້າຈີນປະຈຳແຂວງອຸດົມໄຊ ແລະ ແຂກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














