pele - 2025-10-30T095930.799
ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 October, 2025

ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ຈຳນວນ 13 ຄົນ ເມື່ອມໍ່ໆມານີ້ພ້ອມຂອງກາງໃບກະທ້ອມ 905,8 ກິໂລ, ນໍ້າຢາດີໄອ 6,094 ແກ້ວ ແລະ ຢາສູບໄຟຟ້າ 333 ອັນ.

 

ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ

Digital Marketing Agency in Laos - Emerging Digital Solutions

 

ແຈ້ງໃຫ້ຮູ້ວ່າ: ໃນວັນທີ 23 ຕຸລາ 2025 ຜ່ານມານີ້ ເຈົ້າໜ້າທີ່ ໄດ້ລົງມ້າງເປົ້າໝາຍຄະດີຄ້າ-ຂາຍ ໃບກະທ້ອມ ຢູ່ບ້ານ ໂພນສະຫວາດ ເມືອງ ໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນຄື: ທ້າວ ທະນົງໄຊ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 300 ກຣາມ, ນໍ້າຢາດີໄອ ຈຳນວນ 04 ແກ້ວ ແລ້ວໄດ້ສືບສວນ-ສອບ ສວນ ຜູ້ກ່ຽວເພື່ອຂະຫຍາຍຜົນ ຈັບກຸມຜູ້ຮ່ວມຂະບວນການ ແລະ ຕົກມາວັນທີ  14 ຕຸລາ 2025 ສາມາດກັກຕົວເປົ້າໝາຍໄດ້ 01 ຄົນຄື: ທ້າວ ອານຸສິດ ອາຍຸ 26 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ໂພນສະຫວາດເໜືອ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂອງກາງ ໃບກະທ້ອມນໍ້າໜັກ 29,5 ກິໂລ, ນໍ້າຢາດີໄອ ຈຳນວນ 2,715 ແກ້ວ ແລະ ຢາສູບໄຟຟ້າ ຈຳນວນ 95 ອັນ, ວັນທີ 16 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 03 ຄົນຄື: ທ້າວ ປະພົນ ອາຍຸ 44 ປີ, ອາຊີບ ກຳມະກອນ, ສັນຊາດໄທ, ຢູ່ບ້ານສຽວ, ເມືອງ ເບັນຈະລັກ, ແຂວງ ສີສະເກດ, ທ້າວ ຄົມສັນ ອາຍຸ 45 ປີ, ອາຊີບກຳມະກອນ, ສັນຊາດໄທ, ຢູ່ບ້ານ ໜອງແກ່ງຊາດ, ເມືອງ ໄຊກາ, ແຂວງ ບຶງການ, ນາງ ອໍລະການ ອາຍຸ 33 ປີ, ອາຊີບ ກຳມະກອນ, ສັນຊາດໄທ, ຢູ່ບ້ານສຽວ ເມືອງ ເບັນຈາລັກ ແຂວງ ສີສະເກດ ພ້ອມດ້ວຍຂອງກາງໃບກະທ້ອມນ້ຳໜັກ 75 ກິໂລ ທັງສາມຄົນແມ່ນຖືກ ກັກຕົວຢູ່ຂອບເຂດ ບ້ານດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາທຳການສືບສວນ-ສອບສວນຂະຫຍາຍຜົນ. ວັນທີ 18 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 1 ຄົນຄື:  ນາງ ຈຸລາສັກ ອາຍຸ 39 ປີ, ອາຊີບຄ້າ-ຂາຍ ຢູ່ບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 100 ກິໂລ, ວັນທີ 21 ຕຸລາ 2025 ໄດ້ກັກຕົວເປົ້າໜາຍ 06 ຄົນຄື: ທ້າວ ສົມວັນດີ ອາຍຸ 23 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ໂພຄຳ ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ທ້າວ ບຸນທະວີ ອາຍຸ 22 ປີ ອາຊີບ ກຳມະກອນ ຢູບ້ານ ໂນນແສງຈັນ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທັງສອງຄົນມີຂອງກາງໃບກະທ້ອມນໍ້າໜັກ 180 ກິໂລ , ທ້າວ ວັນນະລິດ ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 120 ກິໂລ, ນາງ ໄມອ່ອນ ອາຍຸ 32 ປີ, ອາຊີບຄ້າ-ຂາຍ, ຢູ່ບ້ານ ໂພນເມືອງນ້ອຍ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ພ້ອມດ້ວຍຂອງກາງໃບກະທ້ອມນ້ຳໜັກ 120 ກິໂລ ແລະ ນໍ້າຢາດີໄອ ຈຳນວນ 1,000 ແກ້ວ, ທ້າວ ທາວັນ ອາຍຸ 21 ປີ, ອາຊີບ ນັກສຶກສາ, ຢູ່ບ້ານ ສີຊົມຊື່ນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມຂອງກາງໃບກະທ້ອມນໍ້າໜັກ 120 ກິໂລ, ທ້າວ ພອນປະເສີດ ອາຍຸ 25 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ດອນຊີງຊູ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 120 ກິໂລ, ວັນທີ 22 ຕຸລາ 2025 ໄດ້ກັກຕົວເປົ້າໝາຍ 2 ຄົນຄື: ນາງ ອໍລະພັນ ອາຍຸ 35 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ນາຊ່າງໄຜ່, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ນາງ ດີດ່າ ອາຍຸ 17 ປີ ຢູ່ບ້ານ ນາຊ່າງໄຜ່ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທັງສອງມີຂອງກາງໃບກະທ້ອມນໍ້າໜັກ 41 ກິໂລ ແລະ ນໍ້າຢາດີໄອ ຈຳນວນ 3,375 ແກ້ວ ແລະ ຢາສູບໄຟຟ້າຈຳນວນ 238 ອັນ ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ຕຳຫຼວດພວມດຳເນີນຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

 

ທີ່ມາຂ່າວ: ປກສ ແຂວງວຽງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ