
ໂດນັລດ໌ ທຣຳປ໌ (Donald Trump) ປະທານາທິບໍດີສະຫະລັດອາເມລິກາ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບແຮ່ແຣ້ເອີທ໌ (Rare Earth) ເປັນຈຸດເລີ່ມຕົ້ນຂອງການສ້າງຄວາມຮ່ວມມືໃນການຄົ້ນຫາ ແລະ ລົງທຶນເພື່ອກະຈາຍຄວາມສ່ຽງດ້ານຫ່ວງໂສ້ການສະໜອງທີ່ສຳຄັນຫຼາຍໃນດ້ານເທັກໂນໂລຊີ.
ຄຳຖາມແມ່ນ: ແຮ່ແຣ້ເອີທ໌ແມ່ນຫຍັງ? ສຳຄັນແນວໃດຕໍ່ໂລກໃບນີ້?
ເປັນຫຍັງແຮ່ແຣ້ແອີດຈຶ່ງໄດ້ຮັບຄວາມສົນໃຈ?
ແຮ່ແຣ້ແອີດ (Rare Earth Elements – REEs) ຫຼື ທີ່ເອີ້ນກັນຕິດປາກວ່າ ແຮ່ຫາຍາກ ແມ່ນກຸ່ມໂລຫະພິເສດທັງໝົດ 17 ຊະນິດ ທີ່ມີບົດບາດສຳຄັນຕໍ່ອຸດສາຫະກຳເທັກໂນໂລຊີຂັ້ນສູງ ບໍ່ວ່າຈະເປັນການຜະລິດສະມາດໂຟນ, ລົດໄຟຟ້າ, ກັງຫັນລົມ, ໂຄມໄຟ LED, ແບັດເຕີຣີ່, ແມ່ເຫຼັກຖາວອນປະສິດທິພາບສูງ, ສານເຮືອງແສງ ແລະ ອຸປະກອນທາງການແພດ.
ເຖິງແມ່ນວ່າຈະມີຊື່ວ່າ “ແຣ້” ທີ່ແປວ່າຫາຍາກ ແຕ່ຄວາມຈິງແລ້ວຫາບໍ່ຍາກເລີຍ ສາມາດພົບໄດ້ຕາມຊັ້ນຫີນເທິງເປືອກໂລກ. ແຕ່ສິ່ງທີ່ຫາຍາກແທ້ໆແມ່ນ ການໄດ້ແຮ່ໃນຮູບບໍລິສຸດ ເພາະຕ້ອງຜ່ານຂະບວນການແຍກສະກັດ ແລະ ຖົນຫຼາຍຂັ້ນຕອນ, ໃຊ້ເທັກໂນໂລຊີທີ່ສັບສົນ ແລະ ຕົ້ນທຶນສູງ, ເຖິງແມ່ນວ່າຈະຜະລິດມົນລະພິດຈຳນວນຫຼາຍເຂົ້າສູ່ສິ່ງແວດລ້ອມ ເຊັ່ນ: ນ້ຳເສຍ, ສານສານຫຼາຍ, ຫຼື ໂລຫະໜັກ. ສະນັ້ນ ບໍ່ແມ່ນທຸກປະເທດທີ່ຢາກຈະຕັ້ງໂຮງງານຜະລິດແຮ່ປະເພດນີ້ໄວ້ໃນບ້ານຕົນເອງ.
ໃຜທີ່ສາມາດຂຸດຂຶ້ນມາໄດ້ຫຼາຍ ກໍສາມາດຄວບຄຸມອຳນາດຕໍ່ລອງໃນລະດັບໂລກໄດ້. ຄືກັບຕອນທີ່ສະຫະລັດເຮັດສົງຄາມການຄ້າກັບຈີນດ້ວຍການຂຶ້ນກຳແພງພາສີ, ຈີນທີ່ເປັນຜູ້ຜະລິດແຣ້ແອີດ ແລະ ສົ່ງອອກທີ່ຄິດເປັນ 70% ຂອງການຜະລິດທົ່ວໂລກ ກໍຕອບໂຕ້ທັນທີດ້ວຍການຫຼຸດ ເຮັດໃຫ້ຫ່ວງໂສ້ການສະໜອງຂອງສະຫະລັດເກີດບັນຫາ.
ແຮ່ແຣ້ເອີທ໌ມີທາດແທດອັນໃດແດ່?
ແຮ່ແຣ້ແອີດປະກອບດ້ວຍທາດແທດທັງໝົດ 17 ຊະນິດ ປະກອບມີ:
- ສະແກນດຽມ (Sc : Scandium)
- ອິດທະເລຍຸມ (Y : Yttrium)
- ແລນທານຳ (La : Lanthanum)
- ຊີເລຍຸມ (Ce : Cerium)
- ເພຣຊີໂອດິມຽມ (Pr : Praseodymium)
- ນີໂອດິມຽມ (Nd : Neodymium)
- ໂພຣມີເທຍຸມ (Pm : Promethium)
- ຊາມາເລຍຸມ (Sm : Samarium)
- ຢູໂຣພຽມ (Eu : Europium)
- ແກໂດລິນນຽມ (Gd : Gadolinium)
- ເທີເບຍຸມ (Tb : Terbium)
- ດິສໂພຣເຊຍຸມ (Dy : Dysprosium)
- ໂຮລມຽມ (Ho : Holmium)
- ເອີເບຍຸມ (Er : Erbium)
- ທູລຽມ (Tm : Thulium)
- ອິດທະເອີເບຍຸມ (Yb : Ytterbium)
- ລູທີຊຽມ (Lu : Lutetium)
ແຮ່ເຫຼົ່ານີ້ຄື “ວັດຖຸດິບ” ທີ່ສຳຄັນຂາດບໍ່ໄດ້ໃນການສ້າງເທັກໂນໂລຊີ. ເປັນຫົວໃຈຂອງເທັກໂນໂລຊີຂັ້ນສູງເກືອບທຸກຊະນິດ ຕັ້ງແຕ່ມໍເຕີໃນລົດໄຟຟ້າ (EV), ແມ່ເຫຼັກໃນກັງຫັນລົມ, ຮາດດ໌ໄດຣຟ໌ຄອມພິວເຕີ, ໄປຈົນເຖິງລະບົບນຳວິຖີຂີປະນາວຸດ ແລະ ເທັກໂນໂລຊີທາງການແພດ.
ແລະ ເຖິງແມ່ນວ່າຈະຂຸດເຈີ່ຍໄດ້ງ່າຍ ແຕ່ຫຼັງຈາກມີການສະກັດອອກມາແລ້ວ ແຮ່ແຣ້ແອີດບາງຊະນິດກັບມີມູນຄ່າຫຼາຍກວ່າຄຳອີກ. ໜຶ່ງໃນນັ້ນຄື ລູທີຊຽມ (Lu : Lutetium) ແຮ່ທີ່ຫາຍາກທີ່ສຸດ ແລະ ມີລາຄາສູງທີ່ສຸດ.
ລູທີຊຽມຫາຍາກແນວໃດ?
ສາເຫດທີ່ແຮ່ລູທີຊຽມ (Lu : Lutetium) ຫາຍາກຫຼາຍ ເພາະສອງເຫດຜົນຫຼັກຄື: ມີໜ້ອຍຫຼາຍ ແລະ ກະຈັດກະຈາຍສຸດໆ. ໂດຍໃນເປືອກໂລກມີພຽງ 0.5 ສ່ວນໃນລ້ານສ່ວນ (ຖ້າພວກເຮົາຂຸດແຮ່ຂຶ້ນມາເທົ່າກັບນ້ຳໜັກລົດ 1 ຄັນ ພວກເຮົາຈະເຈີ່ຍແຮ່ລູທີຊຽມເທົ່າກັບຄລິບໜີບເຈ້ຍ 1 ອັນ).
ແລະ ທີ່ສຳຄັນທີ່ສຸດຄື ມັນບໍ່ເຄີຍສະສົມຕົວເປັນກ້ອນຄືຄຳ ແຕ່ຈະຢູ່ໃນຮູບແບບຝຸ່ນປະລິມານນ້ອຍຫຼາຍ (ມັກໜ້ອຍກວ່າ 0.003%) ທີ່ປະປົນຫຼາຍກັບແຮ່ຫາຍາກຊະນິດອື່ນທີ່ມີຄຸນສົມບັດຄ້າຍກັນ. ເຮັດໃຫ້ການສະກັດມັນເຮັດໄດ້ພຽງເປັນ “ຜົນພະລອຍໄດ້” (Byproduct) ຈາກການແປຮູບແຮ່ອື່ນໆ ໃນປະລິມານຫຼວງຫຼາຍເທົ່ານັ້ນ ເຊິ່ງຂະບວນການແຍກກໍສັບສົນ ແລະ ມີຕົ້ນທຶນສູງຫຼາຍ.
ແຮ່ລູທີຊຽມແພງແນວໃດ?
ດ້ວຍຄວາມທີ່ແຮ່ລູທີຊຽມຫາຍາກ ກວ່າຈະໄດ້ມາກໍຕ້ອງຜ່ານການແຍກທີ່ສັບສົນ ແລະ ມີຕົ້ນທຶນສູງ ເຮັດໃຫ້ປະລິມານມີໜ້ອຍຫຼາຍໆ ລາຄາກໍເລີຍສູງລິບລິ່ວ ແລະ ຍິ່ງບໍລິສຸດ ລາຄາກໍຍິ່ງສູງເປັນເງົາຕາມຕົວ.
ຍົກຕົວຢ່າງ: ລູທີຊຽມອອກໄຊດ໌ (Lutetium Oxide) (Lu₂O₃) ສານຕັ້ງຕົ້ນໃນອຸດສາຫະກຳທີ່ໄດ້ມາຈາກແຮ່ລູທີຊຽມ ຖ້າມີຄວາມບໍລິສຸດສູງ 99.99% ອາດມີລາຄາສູງເຖິງປະມານ 1,000 ໂດລາສະຫະລັດ (ຫຼື ປະມານ 37,000 ບາດ) ຕໍ່ກິໂລກຣາມ ຫຼື ຫຼາຍກວ່ານັ້ນ.
ແລະ ຖ້າຍິ່ງເປັນ ລູທີຊຽມໂລຫະ (Lutetium Metal) ທີ່ມີຄວາມບໍລິສຸດສູງ ກໍຈະຍິ່ງແພງກວ່າເກົ່າ ເພາະຖືເປັນໜຶ່ງໃນໂລຫະທີ່ມີລາຄາແພງທີ່ສຸດໃນໂລກ. ລາຄາຫຼ້າສຸດຈາກຜູ້ຈັດຈຳໜ່າຍໃນເອີຣົບ (99.9% ຂຶ້ນໄປ) ຢູ່ທີ່ປະມານ 2,799 ເອີໂຣຕໍ່ກິໂລກຣາມ (ຫຼື ປະມານ 100,000 ບາດຕໍ່ກິໂລກຣາມ).
ເປັນຫຍັງຈຶ່ງແພງຂະໜາດນີ້?
ການແຍກ ແລະ ເຮັດໃຫ້ບໍລິສຸດຍາກທີ່ສຸດ: ທາດແທດແຮ່ແຣ້ແອີດມັກເກາະກຸ່ມກັນແໜ້ນໃນແຮ່. ການຈະແຍກລູທີຊຽມອອກມາໃຫ້ບໍລິສຸດເຖິງລະດັບທີ່ອຸດສາຫະກຳໃຊ້ໄດ້ ຕ້ອງຜ່ານຂະບວນການເຄມີທີ່ເອີ້ນວ່າ “ການສະກັດດ້ວຍຕົວເຮັດລະລາຍ” (Solvent Extraction) ນັບພັນຮອບ ເຊິ່ງໃຊ້ພະລັງງານ ແລະ ສ້າງຂອງເສຍເຄມີຫຼວງຫຼາຍ.
ຄວາມຕ້ອງການສະເພາະດ້ານສູງຫຼາຍ: ລູທີຊຽມບໍ່ໄດ້ໃຊ້ໃນວຽກທົ່ວໄປ ແຕ່ເປັນຫົວໃຈຂອງເທັກໂນໂລຊີຄວາມແມ່ນຍຳສູງ ເຊັ່ນ: ເຄື່ອງກວດມະເລັງ, ເລເຊີ ແລະ ເຕົາປະຕິກອນນີວເຄລຍ. ໂດຍສະເພາະຢ່າງຍິ່ງການໃຊ້ງານໃນຮູບ Lutetium-177 (Lu-177) ເຊິ່ງເປັນສານກຳມັນຕະລັງສີທີ່ໃຊ້ໃນການ “ປິ່ນປົວມະເລັງຕ່ອມລູກໝາກ” ໂດຍກົງ. ເຮັດໃຫ້ຄວາມຕ້ອງການໃນວົງການແພດພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














