
ທ້າວແຕ໋ມ ອາຍຸ 30 ປີ ຢູ່ບ້ານເມືອງດຶ່ງ ເມືອງສົບເບົາ ແຂວງຫົວພັນໄດ້ໃຊ້ປືນແກັບຍິງເມຍ ເສຍຊີວິດໃນເວລາເມຍນັ່ງຕໍ່າຫູກຍ້ອນໃຈຮ້າຍ ແລະ ຫຶງຫວງ.
ຄະດີດັ່ງກ່າວ ເກີດຂຶ້ນໃນວັນທີ 7 ສິງຫາ 2025 ທີ່ຜ່ານມາ ເວລາ 16:00 ໂມງ, ກ່ອນເກີດເຫດທ້າວແຕ໋ມ ແລະ ເມຍ ໄດ້ແຕ່ງກິນ ໂດຍຜູ້ກ່ຽວໄດ້ຖາມ ເມຍວ່າ ໄລຍະຜ່ານມາ ຜູ້ກ່ຽວບໍ່ດີບ່ອນໃດ, ເມຍຕອບວ່າ ເຈົ້າບໍ່ດີທຸກຢ່າງ ພ້ອມທັງບອກໃຫ້ຜົວໄປຢູ່ນໍາ ພໍ່ແມ່ ຜູ້ກ່ຽວສາ. ຈາກນັ້ນ, ຜູ້ກ່ຽວ ໄດ້ຂໍເອົາລູກໄປລ້ຽງ 1 ຄົນ ແຕ່ຜູ້ເປັນເມຍບໍ່ໃຫ້ ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ແລະ ຈັບເອົາປືນແກັບຢູ່ໃນເຮືອນຄົວ ມາຍິງໃສ່ເມຍ ທີ່ກໍາລັງຕໍ່າຫູກຢູ່ກ້ອງລ່າງເຮືອນ, ໄລຍະຫ່າງ 3 ແມັດ ຍິງອອກໄປ 1 ນັດ ເຂົ້າກົກຫູເບື້ອງຊາຍ ຊອດໃສ່ງ່ອນຂອງຜູ້ເປັນເມຍເສຍຊີວິດຄາທີ່.
ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດສືບ ສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງຫົວພັນ ໄດ້ນໍາເອົາທ້າວແຕ໋ມ ມາຈໍາລອງເຫດການຄືນ ທີ່ຜູ້ກ່ຽວໃຊ້ປືນແກັບຍິງ ເມຍເສຍຊີວິດ ເພື່ອປະກອບໃສ່ສຳເນົາຄະດີສົ່ງ ໃຫ້ອົງການໄອຍະການ ສັ່ງຟ້ອງສານ ຕັດສິນລົງໂທດຕາມກົດໝາຍ.
ທີ່ມາຂ່າວ: ປກສ ແຂວງຫົວພັນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








