
ການຄົ້ນຄວ້າໃໝ່ພົບວ່າສະໝອງຂອງຜູ້ຊາຍຈະຫົດຕົວໄວກວ່າແມ່ຍິງເມື່ອຢູ່ໃນໄວດຽວກັນ ແຕ່ພະຍາດອັລໄຊເມີເຮັດໃຫ້ແມ່ຍິງມີຄວາມສ່ຽງຫຼາຍກວ່າ ໂດຍການຄົ້ນຄວ້ານີ້ມີເປົ້າໝາຍເພື່ອຄົ້ນຫາວ່າຄວາມແຕກຕ່າງລະຫວ່າງເພດມີຜົນຕໍ່ຂະບວນການເສື່ອມຂອງສະໝອງຕາມອາຍຸໃນຄົນທີ່ມີສຸຂະພາບດີຫຼືບໍ່.
ພະຍາດອັລໄຊເມີພົບໃນແມ່ຍິງເກືອບສອງເທົ່າ
ອົງການອະນາໄມໂລກ (WHO) ລະບຸວ່າ ໃນປີ 2021 ທົ່ວໂລກມີຜູ້ປ່ວຍອັລໄຊເມີ ຫຼື ສະໝອງເສື່ອມ 57 ລ້ານຄົນ ແລະ ມີຜູ້ປ່ວຍໃໝ່ເກືອບ 10 ລ້ານຄົນທຸກໆປີ. ແຕ່ເພດກັບມີຜົນກະທົບຕໍ່ອາການປ່ວຍຢ່າງມີນັຍສຳຄັນ ເພາະພະຍາດອັລໄຊເມີພົບໃນແມ່ຍິງຫຼາຍກວ່າຜູ້ຊາຍເກືອບສອງເທົ່າ. ເມື່ອອາຍຸ 45 ປີ ແມ່ຍິງມີຄວາມສ່ຽງທີ່ຈະເປັນພະຍາດນີ້ 1 ໃນ 5 ເມື່ອທຽບກັບຜູ້ຊາຍທີ່ມີຄວາມສ່ຽງ 1 ໃນ 10.
ຫຼາຍປີທີ່ຜ່ານມາ ນັກວິທະຍາສາດຕ່າງສົງໄສກັບຄວາມແຕກຕ່າງນີ້ ແຕ່ການສຶກສາໃໝ່ທີ່ພິມເຜີຍແຜ່ໃນວາລະສານ PNAS (Proceedings of the National Academy of Sciences) ຊີ້ວ່າອາດຈະບໍ່ແມ່ນເຊັ່ນນັ້ນ.
ຈາກການວິເຄາະພາບສະແກນສະໝອງຫຼາຍກວ່າ 12,000 ພາບ ຈາກຜູ້ທີ່ມີສຸຂະພາບດີເກືອບ 5,000 ຄົນ (ອາຍຸ 17-95 ປີ) ນັກຄົ້ນຄວ້າພົບວ່າ ເມື່ອເວລາຜ່ານໄປສະໝອງຂອງຜູ້ຊາຍມີການເສື່ອມຖອຍທີ່ໄວກວ່າໃນຫຼາຍສ່ວນ ໂດຍສະເພາະໃນສ່ວນທີ່ກ່ຽວຂ້ອງກັບຄວາມຈຳ ການເຄື່ອນໄຫວ ແລະ ການປະມວນຜົນທາງສາຍຕາ.
ຕົວຢ່າງເຊັ່ນ “ໂພສເຊັນທຣັລຄໍເທັກ” (Postcentral cortex) ຊึ່ງເປັນສ່ວນຂອງສະໝອງທີ່ເຮັດໜ້າທີ່ປະມວນຜົນຄວາມຮູ້ສຶກຕ່າງໆ ເຊັ່ນ ການສຳຜັດ ຄວາມເຈັບປວດ ແລະ ການຮັບຮູ້ຕຳແໜ່ງຂອງຮ່າງກາຍ ພົບວ່າຫົດຕົວ 2.0% ຕໍ່ປີໃນຜູ້ຊາຍ ເຊິ່ງຫຼາຍກວ່າ 2 ເທົ່າໃນແມ່ຍິງທີ່ເສື່ອມໃນອັດຕາ 1.2% ຕໍ່ປີ.
ໃນທາງກົງກັນຂ້າມ ແມ່ຍິງເຖິງແມ່ນວ່າຈະມີການຂະຫຍາຍຕົວຂອງໂພງສະໝອງທີ່ເຕັມໄປດ້ວຍນ້ຳ (Ventricles) ເຊິ່ງເປັນສັນຍານຂອງຄວາມຊຣາ ແຕ່ໂດຍລວມແລ້ວມີການສູນເສຍໂຄງສ້າງຂອງສະໝອງນ້ອຍກວ່າ.
ນອກຈາກນີ້ ຜູ້ຊາຍຍັງມີເປືອກສະໝອງຊັ້ນນອກ (Cortex) ບາງລົງຕາມອາຍຸຫຼາຍກວ່າ ໂດຍສະເພາະໃນສ່ວນ “ພາຣາຮິບໂປແຄມປັສ” (Parahippocampal) ແລະ “ຟູຊິຟອມ” (Fusiform). ພວກເຂົາຍັງມີການເສື່ອມລົງຂອງໂຄງສ້າງໃຕ້ເປືອກສະໝອງ (Subcortical structures) ທີ່ເດັ່ນຊັດກວ່າ ເຊັ່ນ ພູຕາເມນ (Putamen) ທີ່ໃຊ້ຄວບຄຸມກ້າມເນື້ອ ແລະ ຄໍເດດ (Caudate) ທີ່ມີບົດບາດສຳຄັນໃນການຮຽນຮູ້ ແລະ ຄວາມຈຳ.
ຜົນການສຶກສານີ້ຈຶ່ງຊີ້ວ່າ ຄວາມແຕກຕ່າງທາງເພດໃນການເສື່ອມຖອຍຂອງສະໝອງຕາມອາຍຸ “ບໍ່ໜ້າຈະ” ເປັນສາເຫດທີ່ເຮັດໃຫ້ແມ່ຍິງຖືກວິນິດໄສວ່າເປັນອັລໄຊເມີສູງກວ່າຜູ້ຊາຍ.
ແມ່ຍິງມັກຈະມີອາຍຸຍືນຍາວກວ່າຜູ້ຊາຍ
ນັກວິທະຍາສາດໄດ້ຊີ້ໃຫ້ເຫັນມາດົນນານແລ້ວວ່າບັນຫານີ້ເກີດຈາກຫຼາຍປັດໃຈທີ່ສັບຊ້ອນ ບໍ່ວ່າຈະເປັນການປ່ຽນແປງຂອງຮໍໂມນຫຼັງໄວໝົດປະຈຳເດືອນ, ຄວາມແຕກຕ່າງຂອງລະບົບພູມຕ້ານທານ ແລະ ຫຼອດເລືອດ, ປັດໃຈສ່ຽງທາງພັນທຸກຳ ເຊັ່ນ ຍີນ APOE ε4 ແລະ ເຫດຜົນງ່າຍໆທີ່ວ່າແມ່ຍິງມີອາຍຸຍືນກວ່າຜູ້ຊາຍ.
ໃນປີ 2021 ອາຍຸຂັຍສະເລ່ຍຂອງແມ່ຍິງແມ່ນ 73.8 ປີ ເມື່ອທຽບກັບ 68.4 ປີຂອງຜູ້ຊາຍ. ນັ້ນເຮັດໃຫ້ແມ່ຍິງຈຳນວນຫຼາຍຂຶ້ນມີຊີວິດຢູ່ເຖິງຊ່ວງອາຍຸທີ່ມີຄວາມສ່ຽງອັລໄຊເມີສູງສຸດ (ມັກພົບໃນຄົນອາຍຸເກີນ 65 ປີ).
ຜົນການຄົ້ນຄວ້ານີ້ຈຶ່ງຊີ້ຊັດວ່າເຮົາອາດກຳລັງຊອກຫາຄຳຕອບຜິດທີ່ມາຕະຫຼອດ ເພາະສາເຫດທີ່ແທ້ຈິງທີ່ແມ່ຍິງເປັນອັລໄຊເມີຫຼາຍກວ່າ ບໍ່ໄດ້ຢູ່ທີ່ ‘ສະໝອງທີ່ຫົດຕົວ’ ແຕ່ຢູ່ທີ່ຄວາມສັບຊ້ອນທາງຊີວະວິທະຍາ, ຮໍໂມນ ແລະ ການທີ່ແມ່ຍິງມີອາຍຸຍືນຍາວກວ່າ ເຊິ່ງເປັນໂຈດໃຫຍ່ທີ່ວົງການແພດຕ້ອງເລັ່ງໄຂຄວາມລັບນີ້ຕໍ່ໄປ.
ທີ່ມາ: euronews
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














