
ເມື່ອເວົ້າເຖິງຄວາມປອດໄພຂອງສະມາດໂຟນ, ແອັບພລິເຄຊັນຖືເປັນເລື່ອງສຳຄັນຫຼາຍ. ໂດຍສະເພາະເມື່ອມີການຕິດຕັ້ງແອັບໃໝ່ໆ ທີ່ມັກຈະຕ້ອງກົດ “ການອະນຸຍາດ” (Permission), ຫຼາຍຄົນມັກມອງຂ້າມຈຸດນີ້ໄປ, ເຊິ່ງແທ້ໆແລ້ວອາດເຮັດໃຫ້ຂໍ້ມູນສ່ວນຕົວຕົກຢູ່ໃນຄວາມສ່ຽງທີ່ຈະຖືກລັກ ຫຼື ຖືກນຳໄປໃຊ້ໃນທາງທີ່ຜິດໄດ້.
ສິດທິ່ທີ່ອັນຕະລາຍ ແລະ ຊ່ອງໂຫວ່ທີ່ບໍ່ຄວນມອງຂ້າມ
ການອະນຸຍາດໃຫ້ແອັບພລິເຄຊັນເຂົ້າເຖິງຂໍ້ມູນ ຫຼື ຟັງຊັນຕ່າງໆ ເທິງໂທລະສັບ, ບໍ່ວ່າຈະເປັນກ້ອງ, ໄມໂຄຣໂຟນ, ຕຳແໜ່ງທີ່ຕັ້ງ, ຫຼື ລາຍຊື່ຜູ້ຕິດຕໍ່, ມີແອັບຈຳນວນຫຼາຍທີ່ມີຄວາມຈຳເປັນຕ້ອງກົດອະນຸຍາດເພື່ອໃຫ້ແອັບສາມາດເຮັດວຽກໄດ້ຢ່າງເຕັມປະສິດທິພາບ. ແຕ່ການອະນຸຍາດທີ່ບໍ່ໄດ້ອ່ານຫຍັງເລີຍ, ກົດສົ່ງໆໄປກໍພໍແນ່, ຄືຈຸດທີ່ເຮົາມັກມອງຂ້າມຄວາມອັນຕະລາຍທີ່ແຝງມາໂດຍບໍ່ຮູ້ຕົວ.
ເພາະວ່າຂໍ້ມູນສ່ວນຕົວຂອງເຮົາສາມາດເອົາໄປເຮັດຫຍັງໄດ້ເຢີະ, ທັງເອົາໄປຍິງແອດໂຄສະນາ, ເອົາໄປຂາຍຕໍ່, ຫຼື ເອົາໄປໃຊ້ໃນທາງທີ່ຜິດ, ສ້າງຄວາມເສຍຫາຍຕໍ່ຕົວເຮົາ ຫຼື ຄົນອື່ນໄດ້.
ສ່ວນໃຫຍ່ແລ້ວກໍມັກຈະເປັນການຂໍອະນຸຍາດສິດເພື່ອໃຫ້ແອັບໃຊ້ງານໄດ້. ແຕ່ຖ້າແອັບເຫຼົ່ານັ້ນຂໍສິດເກີນຄວາມຈຳເປັນ, ກໍໃຫ້ຕັ້ງແງ່ໄວ້ເລີຍວ່າອັນຕະລາຍ. ລອງຄິດເບິ່ງວ່າຖ້າເປັນແອັບທີ່ຂໍສິດອະນຸຍາດທີ່ບໍ່ກ່ຽວຂ້ອງກັບການໃຊ້ງານ, ແຕ່ເຮົາດັນກົດອະນຸຍາດໄປຊະແລ້ວ. ເຊັ່ນ: ຕຳແໜ່ງທີ່ຕັ້ງ – ຖ້າຫາກເປັນແອັບສຳລັບການເດີນທາງກໍເບິ່ງຄືຈະປົກກະຕິ, ແຕ່ຫາກເປັນແອັບອື່ນໆ ທີ່ບໍ່ກ່ຽວຂ້ອງ, ຢ່າງເບິ່ງດວງ ຫຼື ແອັບທີ່ບໍ່ຈຳເປັນຕ້ອງໃຊ້ສະຖານທີ່, ກໍຕ້ອງເລີ່ມເອະໃຈແລ້ວວ່າກຳລັງຖືກໃຊ້ຕາມຕຳແໜ່ງທີ່ຢູ່ຂອງທ່ານ.
ຢ່າງສິດການເຂົ້າເຖິງໄມໂຄຣໂຟນ ແລະ ກ້ອງ ທີ່ມັກຈະໃຊ້ຄູ່ກັບການປະຊຸມອອນໄລນ์ຢູ່ແລ້ວ, ແຕ່ຖ້າເປັນແອັບຟັງເພງຂໍສິດອະນຸຍາດໃນສ່ວນນີ້ກໍໜ້າຢ້ານ, ເພາະຜູ້ທີ່ບໍ່ຫວັງດີກໍອາດດັກຟັງສຽງ ຫຼື ເຂົ້າເຖິງກ້ອງເທິງສະມາດໂຟນແບບທີ່ເຮົາຮູ້ ແລະ ບໍ່ຮູ້ຕົວ. ນອກຈາກນີ້, ຍັງມີອີກຫຼາຍສິດໃນໂທລະສັບທີ່ເສີ່ຍງຂໍ້ມູນຮົ່ວໄຫຼໂດຍບໍ່ຈຳເປັນ, ໂດຍສະເພາະຊື່ ແລະ ຂໍ້ມູນສ່ວນຕົວທີ່ອາດຖືກລັກໄປສ້າງຄວາມເສຍຫາຍທັງຊື່ສຽງ ແລະ ຊັບສິນໄດ້.
ການໃຫ້ສິດການເຂົ້າເຖິງໂດຍບໍ່ໄດ້ເບິ່ງຢ່າງລະອຽດຈຶ່ງເປັນຊ່ອງໂຫວ່ທີ່ມິດຈະຊີບຈະສາມາດເຂົ້າເຖິງຂໍ້ມູນສ່ວນຕົວຂອງເຮົາໄດ້, ຫຼື ແມ່ນກະທັ້ງຄວບຄຸມໂທລະສັບເພື່ອເຮັດທຸລະກຳທາງການເງິນໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ຕົວ.
ແລ້ວເຮົາຈະເຮັດແນວໃດໄດ້ບ້າງ ເມື່ອໂດນແອັບຂໍສິດເຂົ້າເຖິງ?
ກ່ອນອື່ນເລີຍຕ້ອງເຂົ້າໃຈກ່ອນວ່າແອັບສ່ວນໃຫຍ່ທີ່ເຮົາດາວໂຫຼດກັນໃນສະໂຕ, ຢ່າງ App Store ຫຼື Play Store, ຜ່ານການຄັດກອງຄວາມປອດໄພມາແລ້ວ, ແລະ ເຮົາຈຳເປັນຕ້ອງໃຫ້ສິດການເຂົ້າເຖິງເພື່ອໃຊ້ງານ. ດັ່ງນັ້ນ, ການຂໍສິດ ແລະ ການໃຫ້ສິດຈຶ່ງບໍ່ແມ່ນເລື່ອງອັນຕະລາຍທັງໝົດ. ພຽງແຕ່ເຮົາຈຳເປັນຕ້ອງເລືອກແອັບໃຫ້ດີ ແລະ ໃຫ້ສິດຕາມຄວາມເໝາະສົມ, ໂດຍອາດໃຊ້ວິທີຕໍ່ໄປນີ້:
ອ່ານກ່ອນກົດອະນຸຍາດ – ກວດສອບວ່າແອັບຂໍອະນຸຍາດຫຍັງແດ່, ແລະ ຈຳເປັນຕໍ່ການໃຊ້ງານຫຼືບໍ່. ເຊັ່ນ: ແອັບແຕ້ມຮູບບໍ່ຄວນຂໍໃຊ້ໄມໂຄຣໂຟນ.
ຈຳກັດການອະນຸຍາດ – ເລືອກໃຫ້ສິດພຽງແຕ່ເມື່ອໃຊ້ແອັບ (Allow only while using) ຫຼື ປະຕິເສດການອະນຸຍາດທີ່ບໍ່ຈຳເປັນ.
ກວດສອບ ແລະ ຖອນສິດຢ່າງສະໝ່ຳສະເໝີ – ເຂົ້າໄປທີ່ການຕັ້ງຄ່າຂອງໂທລະສັບເພື່ອຈັດການສິດຂອງແອັບທີ່ບໍ່ໜ້າໄວ້ວາງໃຈ ຫຼື ບໍ່ໄດ້ໃຊ້ງານ.
- ສຳລັບ Android: ໄປທີ່ ການຕັ້ງຄ່າ (Settings) > ແອັບ (Apps) > ການຈັດການສິດ (Permission Manager) ເລືອກເບິ່ງຕາມປະເພດສິດ, ເຊັ່ນ: ກ້ອງ ຫຼື ຕຳແໜ່ງ, ແລ້ວເລືອກ “ບໍ່ອະນຍຸາດ” ສຳລັບແອັບທີ່ໜ້າສົງໄສ.
- ສຳລັບ iOS: ໄປທີ່ ການຕັ້ງຄ່າ (Settings) > ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ (Privacy & Security) ກວດສອບລາຍການສິດ, ເຊັ່ນ: ກ້ອງ ຫຼື ໄມໂຄຣໂຟນ, ແລ້ວປິດສຳລັບແອັບທີ່ບໍ່ຕ້ອງການໃຫ້ເຂົ້າເຖິງ.
ເລືອກແອັບຈາກແຫຼ່ງທີ່ເຊື່ອຖືໄດ້ – ດາວໂຫຼດແອັບຈາກ Google Play ຫຼື App Store ແລະ ອ່ານຣີວິວກ່ອນຕິດຕັ້ງ.
ອັບເດດລະບົບ ແລະ ແອັບ – ການອັບເດດຊ່ວຍປ້ອງກັນຊ່ອງໂຫວ່ທີ່ອາດຖືກໃຊ້ໃນການໂຈມຕີ.
ການກົດ “ອະນຸຍາດ” ອາດເບິ່ງເປັນເລື່ອງນ້ອຍ, ແຕ່ຜົນກະທົບອາດຮ້າຍແຮງ. ການຮັບຮູ້ ແລະ ຈັດການການອະນຸຍາດຢ່າງລະມັດລະວັງຈະຊ່ວຍປົກປ້ອງຂໍ້ມູນສ່ວນຕົວ ແລະ ຄວາມປອດໄພໄດ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














