
ເຄີຍສັງເກດບໍວ່າໂລກຂອງພວກເຮົາທຸກມື້ນີ້ “ແປບຮ້ອນ ແປບຝົນ” ສະພາບອາກາດປ່ຽນແປງຈົນຄາດເດົາບໍ່ໄດ້ ນັ້ນແມ່ນສຽງເຕືອນຈາກ “ພາວະໂລກຮວນ” (Climate Change) ທີ່ມີຕົ້ນຕໍຫຼັກມາຈາກກາຊເຮືອນກະຈົກທີ່ສະສົມໃນຊັ້ນບັນຍາກາດຫຼາຍເກີນໄປ.
ຕາມລາຍງານຂອງສະຫະປະຊາຊາດ (UN) ປັດຈຸບັນໂລກມີການປ່ອຍກາຊເຮືອນກະຈົກສູງຮອດ 53,500 ລ້ານຕັນ ແລະຈຳເປັນຕ້ອງຫຼຸດລົງໃຫ້ເຫຼືອ 40,000 ລ້ານຕັນ ພາຍໃນປີ 2030.
ຈຸດປ່ຽນທີ່ເຮັດໃຫ້ເກີດກາຊ CO₂ ຫຼາຍມາຫາສານ ແມ່ນເພາະຊ່ວງປະຕິວັດອຸດສາຫະກຳ ເລີ່ມນຳເຊື້ອໄຟຟອດຊິວມາໃຊ້ ຄາບອນທີ່ເຄີຍຖືກເກັບໄວ້ໃຕ້ດິນໃນຮູບໄຮໂດຣຄາບອນນັບລ້ານປີ ຖືກປ່ຽນໄປເປັນ CO₂ ຕົວຮ້າຍຂອງພາວະໂລກຮວນ ແລະຜູ້ທີ່ເຮັດໃຫ້ຄວາມສົມດຸນຂອງໂລກຖືກທຳລາຍ ກໍແມ່ນມະນຸດພວກເຮົານີ້ແຫຼະ.
ແມ່ນແມ່ນວ່າພວກເຮົາພະຍາຍາມປັບພຶດຕິກຳ ລົດໂລກຮ້ອນ ໃຊ້ສິນຄ້າຮັກໂລກ ຫຼືປະຫຍັດພະລັງງານ ແຕ່ກໍຍັງບໍ່ພຽງພໍທີ່ຈະຮັບມືກັບວິກິດຂະໜາດໃຫຍ່ນີ້ໄດ້ ແລ້ວຄຳຖາມຄື ພວກເຮົາຈະແກ້ໄຂວິກິດນີ້ແນວໃດ? ໃນເມື່ອການປັບພຶດຕິກຳອາດຍັງບໍ່ພໍ…
Carbon Capture and Storage (CCS) ຄວາມຫວັງໃໝ່ຂອງໂລກ
ຄຳຕອບອາດຢູ່ທີ່ເທັກໂນໂລຊີທີ່ເປັນຄວາມຫວັງໃນການຕໍ່ສູ້ກັບພາວະໂລກຮວນ ນັ່ນກໍແມ່ນ CCS (Carbon Capture and Storage) ຫຼື “ການດັກຈັບແລະກັກເກັບຄາບອນໄດອອກໄຊ” ທີ່ເປັນເຫມືອນ “ເຄື່ອງດູດຝຸ່ນຂະໜາດຍັກ” ຈັດການມົນລະພິດຕັ້ງແຕ່ຕົ້ນທາງ ກ່ອນທີ່ຄວັນເສຍຈາກອຸດສາຫະກຳ ແລະໂຮງໄຟຟ້າຈະຖືກປ່ອຍສູ່ຊັ້ນບັນຍາກາດ CCS ເປັນເຄື່ອງມືສຳຄັນທີ່ຊ່ວຍໃຫ້ອຸດສາຫະກຳທີ່ຍັງຕ້ອງພຶ່ງການປ່ອຍ CO₂ ສາມາດມຸ່ງສູ່ເປົ້າໝາຍ Net Zero (ການປ່ອຍກາຊເຮືອນກະຈົກສຸດທິເປັນສູນ).
3 ຂັ້ນຕອນຫຼັກຂອງ CCS
- ການດັກຈັບ (Capture)
ແຍກ CO₂ ອອກຈາກກາຊທີ່ປ່ອຍອອກຈາກໂຮງງານ ເພື່ອໃຫ້ໄດ້ CO₂ ບໍລິສຸດພ້ອມຂົນສົ່ງ. ມີ 3 ວິທີ:
- Pre-combustion: ດັກຈັບກ່ອນເຜົາໄໝ້
- Post-combustion: ດັກຈັບຫຼັງເຜົາໄໝ້
- Oxyfuel Combustion: ເຜົາໄໝ້ດ້ວຍອອກຊິເຈັນບໍລິສຸດ
- ການຂົນສົ່ງ (Transport)
CO₂ ຖືກບີບອັດໃຫ້ເປັນຂອງເຫຼວ ແລະຂົນສົ່ງຜ່ານທໍ່ ຫຼືເຮືອພິເສດ. - ການກັກເກັບ (Storage)
ອັດເກັບໃນຊັ້ນຫີນໃຕ້ດິນ ຫຼືໃຕ້ທະເລ ທີ່ຄວາມເລິກ 800-3,000 ແມັດ.
CCU ປ່ຽນຕົວຮ້າຍໃຫ້ເປັນທະພາກອອນ
CO₂ ທີ່ດັກຈັບໄດ້ ນຳໄປໃຊ້ຜະລິດພລາສຕິກ, ປຸ໋ຍ, ເຊື້ອໄຟສັງເຄາະ, ເພີ່ມຟອງໃນໂຊດາ, ຫຼືອັດສີດໃນແຫຼ່ງນ້ຳມັນ.
ການນຳໃຊ້ CCS/CCU ທົ່ວໂລກ ແລະໃນປະເທດໄທ
ທົ່ວໂລກມີໂຄງການກວ່າ 50 ໂຄງການ ເຊັ່ນ ສະຫະລັດ, ນໍເວ ແລະຍີ່ປຸ່ນ. ປະເທດໄທຕັ້ງເປົ້າຫຼຸດ CO₂ 40 ລ້ານຕັນ/ປີ ພາຍໃນ 2050 ແລະ 60 ລ້ານຕັນ/ປີ ພາຍໃນ 2065. ປະຈຸບັນກຸ່ມປຕທ ສຶກສາໂຄງການ Eastern Thailand CCS Hub ທີ່ລະຍອງ-ຊົນບຸຣີ.
CCS ແລະ CCU ແມ່ນຄວາມຫວັງທີ່ຈະນຳໂລກສູ່ Net Zero ແລະອະນາຄົດທີ່ຍືນຍົງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














