pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 3 November, 2025

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ໃນວັນທີ 31 ຕຸລາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍມີທ່ານ ພັນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີການນໍາພັກ-ລັດ ຂັ້ນແຂວງ, ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

 

 

ໃນພິທີ ທ່ານ ພັນໂທ ວັນທອງ ກອງມະນີ ໄດ້ກ່າວວ່າ: ຢາເສບຕິດເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງໆ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວມຄຸມ ແລະ ແກ້ໄຂ, ອົງການສະຫະປະຊາຊາດ ໄດ້ກຳນົດການກະທໍາຜິດກ່ຽວກັບຢາເສບຕິດ ເປັນໜຶ່ງໃນບັນດາອາຊະຍາກຳສາກົນ, ສໍາລັບຢູ່ໃນປະເທດລາວ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງອັດຕະປື ພວມຜະເຊີນໜ້າກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດ, ຊຶ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫລີກ ໃນລະດັບແຕກຕ່າງກັນ, ບັນຫາຢາເສບຕິດໄດ້ກາຍເປັນໜຶ່ງ ໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາຍເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນໄພອັນຕະລາຍ ແລະ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ ແລະ ພວມສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະ ມັນໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນກຳລັງແຮງງານ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງປະເທດຊາດ.

 

 

ທ່ານ ພັນໂທ ອຸບົນ ເພັດມີໄຊ ຮອງຫົວໜ້າຫ້ອງຕໍາຫລວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ໃຫ້ຮູ້ວ່າ: ແຕ່ປີ 2023-2025 ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ກອງບັນຊາການ ປກສ 5 ຕົວເມືອງ ໄດ້ເລັ່ງມືແກ້ໄຂບັນດາລາຍຄະດີ ໂດຍສະເພາະ ກຸ່ມເປົ້າໝາຍ ຄ້າ-ຂາຍ ແລະ ມົ້ວສຸມເສບຢາເສບຕິດ, ຊຶ່ງຕະຫລອດ 2 ປີ ສາມາດມ້າງຄະດີຢາເສບຕິດ ໄດ້ 446 ລາຍ, ກັກຕົວຜູ້ຖືກຫາໄດ້ 688 ຄົນ ຍິງ 66 ຄົນ, ຄົນຕ່າງປະເທດ 23 ຄົນ ຍິງ 3 ຄົນ, ຢຶດວັດຖຸຂອງກາງ ມີຢາບ້າ 226.659 ເມັດ, ຢາໄອສ 58 ກິໂລກຣາມ 17 ຖົງນ້ອຍ, ເຮໂລອິນ 1.800 ກິໂລກຮາມ, ໃບກະທ່ອມ 4 ກິໂລກຣາມກວ່າ, ນໍ້າຢາປະສົມ 130 ຂວດ, ຢາສູບໄຟຟ້າ 30 ອັນ ແລະ ຍັງມີວັດຖຸຂອງກາງອື່ນໆອີກຫລາຍລາຍການ.

 

 

ໃນໂອກາດດັ່ງກ່າວ ຍັງໄດ້ຈັດພິທີຈູດທໍາລາຍຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ໃນນີ້, ມີຢາບ້າ 209.146 ກິໂລກຣາມ, 19.136.859 ເມັດ, ຢາໄອສ 43 ກິໂລກຣາມ ແລະ 14 ຖົງນ້ອຍ, ຜົງຂາວເຮໂລອິນ 1 ກິໂລກຣາມ ແລະ ຢາອີ 41 ເມັດ.

ຂ່າວ: ວັດທະນາ, ພາບ: ວົງສະໄໜ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ