site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
ຮຽບຮຽງໂດຍ:kaling
ເຜີຍແຜ່: 3 November, 2025
ລັດຖະບານທະຫານມຽນມ່າໄດ້ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າກັບຣັດເຊຍ ພ້ອມແຜນການປຶກສາຫາລືປີ 2025–2030 ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ ທ່າມກາງຄວາມສຳພັນແນ່ນແຟ້ນຫຼັງການລັດປະຫານ.

ວັນທີ 3 ພະຈິກ 2025 ເວັບໄຊ Mizzima ລາຍງານວ່າ ພະເອກອາວຸໂສຕານ ສ່ວຍ ອະດີດຜູ້ນຳລັດຖະບານທະຫານມຽນມ່າ ປະຈຸບັນເປັນລັດຖະມົນຕີການຕ່າງປະເທດ ແລະ ທ່ານເຊີເກ ລາຟຣອຟ ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າສຳລັບປະຊາຊົນສອງປະເທດ ໃນການປະຊຸມຄວາມມັ້ນຄົງຢູເຣເຊຍລະດັບສູງ ທີ່ນະຄອນ Minsk ຂອງ Belarus.

ແມ່ນວ່າບໍ່ມີການເປີດເຜີຍລາຍລະອຽດຂອງຂໍ້ຕົກລົງຍົກເວັ້ນວີຊ່າ ແຕ່ລັດຖະບານທະຫານໄດ້ລະບຸວ່າ ທັງສອງຝ່າຍຍັງໄດ້ລົງນາມແຜນການປຶກສາຫາລືລະຫວ່າງກະຊວງການຕ່າງປະເທດໃນຊ່ວງປີ 2025–2030. ນອກຈາກນັ້ນ ຍັງມີການຫາລືເຖິງຄວາມເປັນໄປໄດ້ທີ່ຄະນະກຳມະການເລືອກຕັ້ງຂອງຣັດເຊຍ ແລະສະມາຊິກສະພາ Duma ຈະສົ່ງຜູ້ສັງເກດການເລືອກຕັ້ງທີ່ລັດຖະບານທະຫານເມັຽນມາວາງແຜນຈັດໃນເດືອນທັນວານີ້.

ນັບຕັ້ງແຕ່ການລັດປະຫານປີ 2021 ມຽນມ່າຮັກສາຄວາມສຳພັນແນ່ນແຟ້ນກັບຣັດເຊຍ ເຊິ່ງເປັນຜູ້ຈັດຫາອາວຸດຢຸດໂທປະກອນ ເຊັ່ນ ໂດຣນ ແລະເຮລິຄອບເຕີ ຕາມຂໍ້ມູນຈາກອົງການພາກປະຊາສັງຄົມ. ທັງສອງປະເທດຍັງມີຂໍ້ຕົກລົງຄຸ້ມຄອງຊຶ່ງກັນແລະກັນໃນຂະບວນການກົດໝາຍສາກົນ ແລະຮ່ວມມືກໍ່ສ້າງໂຮງໄຟຟ້ານິວເຄຼຍຂະໜາດນ້ອຍໃນມຽນມ່າ. ນອກຈາກນັ້ນ ລັດຖະບານທະຫານມຽນມ່າຍັງສົ່ງແຮງງານໄປເຮັດວຽກໃນຣັດເຊຍ ແລະຫາລືເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງກັນ ເຊິ່ງສະທ້ອນເຖິງຄວາມຮ່ວມມືທີ່ເລິກຊຶ້ງຂຶ້ນທ່າມກາງມາດຕະການຄວ່ຳບາດຈາກສາກົນ.

Digital Marketing Agency in Laos - Emerging Digital Solutions


ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ