
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ຈັດສຳມະນາພິເສດ “ການສົ່ງເສີມທຸລະກິດກະສິກຳລາວ” ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຫົວໜ້າຄະນະພັດທະນາທຸລະກິດກະສິກຳ ສຄອຊ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກຳ 18 ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
					
					
				
ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວວ່າ: ປັດຈຸບັນ ພວກເຮົາໄດ້ຫັນປ່ຽນກາຍເປັນປະເທດ ທີ່ມີການເຊື່ອມໂຍງທາງດ້ານພູມສັນຖານຢ່າງແທ້ຈິງ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫລາດກະສິກໍາ ແລະ ອາຫານ ທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ ມີການເຊື່ອມໂຍງກັບຕະຫລາດຂະໜາດໃຫຍ່ ເຊັ່ນ: ຕະຫລາດຈີນ ແລະ ຕະຫລາດພາກພື້ນອາຊຽນ ຊຶ່ງໄດ້ເປີດໂອກາດໃໝ່ ໂດຍສະເພາະ ຊຸກຍູ້ສົ່ງເສີມການຜະລິດກະສິກໍາພາຍໃນ, ນອກຈາກເປັນການທົດແທນການນໍາເຂົ້າ ຍັງເປັນການຜະລິດເພື່ອສົ່ງອອກ. ພ້ອມດຽວກັນນັ້ນ, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ຫົວໜ່ວຍທຸລະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ. ສຄອຊ ແລະ ສະມາຄົມທຸລະກິດກະສິກໍາລາວ ຈຶ່ງໄດ້ຈັດສຳມະນາພິເສດນີ້ຂຶ້ນ ຊຶ່ງໄດ້ມີການສົນທະນາຫລາຍບັນຫາສຳຄັນ ແລະ ຫລາຍຫົວຂໍ້ທີ່ກ່ຽວຂ້ອງກັບການສ້າງຄວາມເຂັ້ມແຂງ ໃຫ້ກັບທຸລະກິດກະສິກຳແບບເປີດ ເພື່ອແລກປ່ຽນແນວຄວາມຄິດ ແລະ ມຸມມອງຂອງທຸລະກິດກະສິກຳລາວ ທັງນີ້ກໍເພື່ອສ້າງແຜນຍຸດທະສາດທີ່ຊັດເຈນ ໃນການສ້າງກົນໄກການປະສານງານ ເພື່ອອໍານວຍຄວາມສະດວກ ໃຫ້ກັບທຸລະກິດກະສິກຳລາວ.
ໂອກາດນີ້, ທ່ານ ຈັນທະບູນ ສຸກອາລຸນ ໄດ້ເນັ້ນຢໍ້າເຖິງຄວາມເຂົ້າໃຈຂອງພາກລັດ ຕໍ່ກັບການສ້າງກະສິກໍາທີ່ເຂັ້ມແຂງ ກໍຄືເປົ້າໝາຍການຜະລິດຕາມຄາດໝາຍ, ຊຶ່ງຕະຫລາດ ແລະ ການປຸງແຕ່ງ ຄືເສັ້ນເລືອດໃຫຍ່ຊຸກຍູ້ໃຫ້ລະບົບຕ່ອງໂສ້, ຄວາມສໍາເລັດຂອງທຸລະກິດກະສິກໍາ ຈະເປັນປັດໄຈຕັດສິນໃນການບັນລຸເປົ້າໝາຍ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຂອງພັກ ພ້ອມທັງໃຫ້ຄໍາໝັ້ນສັນຍາ ແລະ ໃຫ້ທິດຊີ້ນໍາ 3 ດ້ານ ທີ່ຕອບສະໜອງຕໍ່ທຸກບັນຫາ ທີ່ໄດ້ຍົກຂຶ້ນມາຄື: ທິດທາງທີ 1 ຫັນວັດຖຸດິບສູ່ການປຸງແຕ່ງ ເພື່ອສ້າງມູນຄ່າ, ທິດທາງທີ 2 ປົດລັອກແຫລ່ງທຶນ ແລະ ການຄໍ້າປະກັນແບບໃໝ່ ແລະ ທິດທາງທີ 3 ປະຕິຮູບລະບຽບການ ແລະ ປົກປ້ອງຕະຫລາດພາຍໃນ.
ໃນກອງປະຊຸມ ຍັງໄດ້ມີພິທີເຊັນສັນຍາສະໜອງທຶນ ໃຫ້ໂຄງການຈຸດສຸມຜະລິດສິນຄ້າ ຫລຸດຜ່ອນການນໍາເຂົ້າ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກັບ ສະມາຄົມທຸລະກິດກະສິກຳລາວ, ກອງທຶນສົ່ງເສີມການຜະລິດສິນຄ້າລາວ ກົມສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຕື່ມອີກ.
ຂໍ້ມູນ-ພາບ: ກະຊວງ ອຄ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













