ດວງ-Tou-Vientianepost - 2023-06-18T195759.090
ພົບໄຂ່ແຂ້ນໍ້າຈືດ ສອງຮັງທຳອິດຂອງປີ ຈໍານວນ 46 ໜ່ວຍ ອີກ 3 ໜ່ວຍ ທີ່ບໍ່ສົມບູນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 18 June, 2023
ໝວດ: ຂ່າວ

ໃນອາທິດນີ້ ຢູ່ເຂດທີ່ດິນບໍລິເວນນໍ້າເຊຈຳພອນ ແຂວງສະຫວັນນະເຂດ, ອົງການ WCS ຮ່ວມກັບອົງການ ປົກຄອງເມືອງ ແລະ ບ້ານ ແລະ ທີມງານອະນຸລັກຊຸມຊົນ ໄດ້ລົງສໍາຫຼວດ ເກັບ ໄຂ່ແຂ້ນໍ້າຈືດ ສອງຮັງທຳອິດຂອງປີ 2023. ຮັງທໍາອິດມີ ໄຂ່ 27 ໜ່ວຍ ແລະ ຮັງທີສອງມີໄຂ່ 19 ໜ່ວຍ. ໃນຈໍານວນໄຂ່ 46 ໜ່ວຍ, ມີພຽງແຕ່ 3 ໜ່ວຍ ເທົ່ານັ້ນທີ່ບໍ່ສົມບູນ.ຮັງໄຂ່ທັງສອງໄດ້ຖືກພົບເຫັນຢູ່ເທິງຂີ້ສະໜົມ. ການຍ່າງເທິງຂີ້ສະໜົມເທິງໜ້ານໍ້າມີຄວາມສ່ຽງເພາະວ່າ ມັນບໍ່ສາມາດຮອງຮັບນ້ໍາຫນັກຂອງຄົນໄດ້.

ຊາວບ້ານໃນເຂດນີ້ມີຄວາມເຊື່ອຖືທາງດ້ານຈິດວິນຍານຕໍ່ແຂ້ພື້ນເມືອງດັ່ງກ່າວ, ສະນັ້ນ ທີມງານອະນຸລັກຂັ້ນບ້ານຈຶ່ງໄດເຮັດ ພິທີກຳທາງສາສະໜາເພື່ອສະແດງຄວາມນັບຖືຕໍ່ ແຂ້ກ່ອນທີ່ພວກເຮົາຈະໄປເກັບໄຂ່. ພິທີດັ່ງກ່າວມີການຖວາຍເຄື່ອງບູຊາ ເຊັ່ນ ໝູຕົ້ມ, ເຂົ້າໜຽວ ແລະ ເຫຼົ້າຂາວ.

ກ່ອນທີ່ຈະເຂົ້າຫາແຕ່ລະຮັງໄຂ່, ທີມງານໄດ້ໃຊ້ ເຄື່ອງບິນໂດຣນ (drone) ເພື່ອຊອກຫາແມ່ແຂ້. ໃນທັງສອງກໍລະນີ, ແມ່ແຂ້ ໄດ້ຖືກພົບເຫັນ ຢູ່ໃນ ໜອງຂີ້ຕົມທີ່ຢູ່ໃກ້ຈາກຮັງຂອງພວກເພິ່ນ ຢ່າງປອດໄພ.

ຫຼັງຈາກທີມງານໄດ້ເກັບໄຂ່ແລ້ວ, ກໍ່ໄດ້ນໍາສົ່ງໄປໃຫ້ຫ້ອງການປົກຄອງບ້ານຕານສຸມ ເພື່ອນຳໄປອົບອຸ່ນເພື່ອການເບາະໄຂ່ ໃນອຸນຫະພູມທີ່ເໝາະສົມ. ພວກເຮົາຄາດວ່າ ແຂ້ນ້ອຍຈະເບາະອອກມາ ໃນທ້າຍເດືອນກໍລະກົດຫຼືຕົ້ນເດືອນສິງຫານີ້. ເມື່ອເບາະອອກມາ ສະມາຊິກອະນຸລັກຊຸມຊົນ ຊ່ວຍອະນຸບານໂຕອ່ອນເປັນເວລາ 32 ເດືອນ – ໃນເວລານັ້ນ ລູກແຂ້ຈະມີຄວາມຍາວເກີນ 1 ແມັດ – ແລ້ວຈະຖືກປ່ອຍຄືນສູ່ເຂດທີ່ດິນບໍລິເວນນໍ້າເຊຈໍາພອນ.

ອົງການ IUCN ໄດ້ປະກາດແຂ້ນໍ້າຈືດເປັນຊະນິດພັນທີ່ໃກ້ຈະສູນພັນ ແລະ ຢູ່ໃນບັນຊີ CITES Appendix I ເພື່ອຈໍາກັດດ້ານການຄ້າຢ່າງເຂັ້ມງວດ. ແຂ້ນໍ້າຈືດ ຖືວ່າເປັນຊະນິດພັນສັດເລືອຄານ ທີ່ຫາຍາກທີ່ສຸດເທິງໜ້າໂລກ. ເຂດທີ່ດິນບໍລິເວນນໍ້າເຊຈຳພອນເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງອາຊີຕາເວັນອອກສ່ຽງໃຕ້.

ທີ່ມາ: WCS Lao PDR ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຢ່າລື່ມກົດຕິດຕາມ