
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ໃນວັນທີ 5 ພະຈິກ, ພາຍຸໄຕ້ຝຸ່ນ ຄັລແມກິກ (Kalmaegi) ພັດຖະຫລົ່ມ ທາງພາກກາງ ຂອງ ຟີລິບປິນ ຢ່າງຮຸນແຮງ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 58 ຄົນ, ສູນຫາຍ 13 ຄົນ ແລະ ສ້າງຄວາມເສຍຫາຍ ໃນບາງພື້ນທີ່ ຂອງ ເກາະປາລາວັນ, ໃນຂະນະທີ່ ພາຍຸດັ່ງກ່າວ ໄດ້ເຄື່ອນຕົວ ອອກໄປສູ່ທະເລຈີນໃຕ້. ໂດຍສະເພາະແມ່ນ ແຂວງ ເຊບູ ເປັນແຫລ່ງ ທ່ອງທ່ຽວ ສຳຄັນ ໄດ້ຮັບຄວາມເສຍຫາຍ ຫລັງຈາກລະດັບນໍ້າຫລຸດລົງ, ເຮັດໃຫ້ເຮືອນຊານ ເປ້ເພ, ລົດໃຫຍ່ ພິກຂວໍ້າ ແລະ ເສດຊາກ ຫັກພັງ ສິ່ງຂອງ ກະແຈກກະຈາຍໄປທົ່ວພື້ນທີ່ ດັ່ງກ່າວ. ປັດຈຸບັນ, ໜ່ວຍງານ ບັນເທົາ ສາທາລະນະໄພ ພວມເລັ່ງ ໃຫ້ການ ຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍດັ່ງກ່າວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 6 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














