
ຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫລ່ຽມຄຳ ແລະ ເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ, ໂດຍມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຟັງ ໃນວັນທີ 15 ມິຖຸນາ 2023.
ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ນຳໃຊ້ເງິນກີບໃນການຊື້-ຂາຍແລກປ່ຽນ ຫລື ຊໍາລະຄ່າບໍລິການຕ່າງໆຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ແກ້ໄຂບັນຫາຕາມທິດຊີ້ນຳຂອງຂັ້ນເທິງໃຫ້ໄດ້ຕາມຄາດໝາຍ, ໂດຍທີ່ ທ່ານ ຮອງນາຍົກ
ລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍຄືຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລັ່ງເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳໃຫ້ຫັນມານຳໃຊ້ເງິນກີບລາວໃນການຊື້-ຂາຍ, ແລກປ່ຽນ ແລະ ຊໍາລະຄ່າບໍລິການຕ່າງໆ ເພື່ອ
ປະຕິບັດຕາມທິດ ຢູ່ເມືອງລາວໃຊ້ເງິນກີບລາວ ທັງເປັນການກະຕຸ້ນໃຫ້ເງິນກີບມີຄວາມແຂງຄ່າຂຶ້ນ ພ້ອມທັງເນັ້ນໃຫ້ຮີບຮ້ອນຂຶ້ນທະບຽນແຮງງານຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະບົບ-ຊັດເຈນ, ສົ່ງເສີມໃຫ້ຄົນລາວມີວຽກເຮັດງານທຳຢູ່ໃນເຂດດັ່ງກ່າວຫລາຍຂຶ້ນ ສິ່ງສຳຄັນແມ່ນຮັບປະກັນຄວາມສະຫງົບປອດໄພ ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນເເມ່ນ ບັນຫາການ
ຄ້າມະນຸດ, ໂສເພນີ, ການໂຈລະກຳທາງອິນເຕີເນັດ, ການກໍ່ອາຊະຍາກໍາທາງລະບົບໂທລະຄົມ, ການຄຸ້ມຄອງພາຫະນະ ການຂຶ້ນທະບຽນລົດຈັກ-ລົດໃຫຍ່ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ວາງອອກ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ, ປອດໄພ ແລະ ເອກະພາບ ໃນທົ່ວປະເທດ.
ຂໍ້ມູນ+ພາບ: ຄວາມສະຫງົບ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














