site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
ຮຽບຮຽງໂດຍ:kaling
ເຜີຍແຜ່: 7 November, 2025

ກອງທັບເກົາຫຼີໃຕ້ໄດ້ເຜີຍແຜ່ວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດທີ່ບໍ່ຮູ້ຊະນິດຢ່າງນ້ອຍ 1 ລູກ ລົງສູ່ທະເລຕາເວັນອອກ ຫຼືທີ່ຮູ້ຈັກກັນໃນຊື່ “ທະເລຍີ່ປຸ່ນ” ໃນມື້ນີ້ (7 ພະຈິກ) ໃນເວລາປະມານ 1 ອາທິດ ຫຼັງຈາກປະທານາທິບໍດີໂດນັນ ທຣັມປ໌ ຂອງສະຫະລັດ ໄດ້ອະນຸມັດແຜນການຂອງເກົາຫຼີໃຕ້ໃນການສ້າງເຮືອດໍຳນ້ຳທີ່ໃຊ້ພະລັງງານນິວເຄຍ.

ນັກວິເຄາະໄດ້ລະບຸວ່າ ແຜນການຂອງເກົາຫຼີໃຕ້ໃນການສ້າງເຮືອດໍຳນ້ຳທີ່ໃຊ້ພະລັງງານນິວເຄຍ ມີແນວໂນ້ມທີ່ຈະໄດ້ຮັບການຕອບສະໜອງຢ່າງຮຸນແຮງຈາກເກົາຫຼີເໜືອ. ຄະນະເສນາທິການຮ່ວມຂອງເກາຫຼີໃຕ້ໄດ້ແຖງວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດທີ່ບໍ່ຮູ້ຊະນິດໄປສູ່ທະເລຕາເວັນອອກ ຫຼືທະເລຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຊານາເອະ ທາຄາອິຈິ ຂອງຍີ່ປຸ່ນ ກ່າວວ່າ ຂີປະນາວຸດດັ່ງກ່າວຕົກໃນທະເລນອກເຂດເສດຖະກິດຈຳພາະຂອງຍີ່ປຸ່ນ ໂດຍບໍ່ມີລາຍງານຄວາມເສຍຫາຍ ຫຼືຜູ້ໄດ້ຮັບບາດເຈັບ.

Digital Marketing Agency in Laos - Emerging Digital Solutions

ເກົາຫຼີເໜືອໄດ້ເພີ່ມການທົດສອບຂີປະນາວຸດຢ່າງມີນັຍສຳຄັນໃນຊ່ວງບໍ່ກີ່ປີທີ່ຜ່ານມາ ນັກວິເຄາະກ່າວວ່າ ມີເປົ້າໝາຍໃນການພັດທະນາຄວາມສາມາດໃນການໂຈມຕີຢ່າງແມ່ນຍຳ ທ້າທາຍທັງສະຫະລັດ ແລະເກົາຫຼີໃຕ້ ລວມທັງທົດສອບອາວຸດກ່ອນທີ່ອາດຈະສົ່ງອອກໄປຫາລັດເຊຍ.

ອັນ ຊານ-ອິນ ຜູ້ແປພັກທີ່ຜັນຕົວມາເປັນນັກວິຈັຍ ກ່າວວ່າ “ໃນມຸມມອງຂອງເກາຫຼີເໜືອ ຄວາມເປັນໄປໄດ້ຂອງການໂຈມຕີຢ່າງກະທັນຫັນຈາກທະເລຕາເວັນອອກ ອາດຈະເກີດຈາກຄວາມກັງວົນ” “ຖ້າເກາຫຼີໃຕ້ໄດ້ຮັບເຮືອດໍນ້ຳພະລັງງານນິວເຄຣຍ ພວກເຂົາຈະສາມາດເຂົ້າໄປໃນນ້ຳເຂດເກາຫຼີເໜືອ ແລະສັງເກດການ ຫຼືຂັດຂວາງອາວຸດຕ່າງໆ ເຊັ່ນ ຂີປະນາວຸດນຳວິຖີຈາກເຮືອດໍນ້ຳ (SLBMs) ໄດ້ລ່ວງໜ້າ.”

ເຮືອດໍນ້ຳພະລັງງານນິວເຄຣຍແຕກຕ່າງຈາກເຮືອດໍນ້ຳດີເຊວ ຕົ້ນຕໍ່ທີ່ບໍ່ຈຳເປັນຕ້ອງຂຶ້ນຜິວນ້ຳເພື່ອຊາດແບດເຕີຣີບ່ອຍໆ ນັກວິເຄາະກ່າວວ່າ ການພັດທະນາເຮືອດໍນ້ຳປະເພດນີ້ຈະເປັນກ້າວກະໂດດທີ່ສຳຄັນໃນອຸດສາຫະກຳການປ້ອງກັນປະເທດ ແລະກອງທັບເຮືອຂອງເກົາຫຼີໃຕ້ ໂດຍທີ່ມີພຽງບໍ່ກີ່ປະເທດໃນໂລກທີ່ມີເຮືອປະເພດນີ້.

ນັບຕັ້ງແຕ່ການປະຊຸມສຸດຍອດລະຫວ່າງຄິມ ຈອງ ອຶນ ຜູ້ນຳເກາຫຼີເໜືອ ກັບປະທານາທິບໍດີທຣັມປ໌ ໃນປີ 2019 ທີ່ລົ້ມເຫລວ ເກົາຫຼີເໜືອໄດ້ປະກາດຫຼາຍຄັ້ງວ່າເປັນລັດນິວເຄຍທີ່ “ບໍ່ສາມາດຍ້ອນກັບໄດ້” ແລະຄິມ ຈອງ ອຶນ ກໍ່ມີຄວາມກ້າຫານຫຼາຍຂຶ້ນຈາກສົງຄາມໃນຢູເຄຣນ ໂດຍໄດ້ຮັບການສະໜັບສະໜູນຈາກລັດເຊຍ.

ເກາຫຼີເໜືອບໍ່ໄດ້ຕອບຮັບຂໍ້ເສນຂອງທຣັມປ໌ໃນການພົບກັບຄິມໃນອາທິດທີ່ແລ້ວ ແຕ່ໂຊ ຊອນ ຮຸຍ ລັດຖະມົນຕີການຕ່າງປະເທດຂອງເກາຫຼີເໜືອ ກັບໄດ້ເດີນທາງໄປຢ້ຽມຢາມລັດເຊຍ ໂດຍເຘົາແລະປະທານາທິບໍດີວລາດິເມຍ ປູຕິນ ໄດ້ຕົກລົງທີ່ຈະເສີມສ້າງຄວາມສຳພັນທວິພາຄີ.

ແຕ່ຢ່າງໃດກໍຕາມ ອີ ຊອງ-ຄເວິນ ສະມາຊິກລັດຖະສະພາເກາຫຼີໃຕ້ ກ່າວໃນຕົ້ນອາທິດນີ້ວ່າ ຫນ່ວຍງານສາຍລັບຂອງເກາຫຼີໃຕ້ເຊື່ອວ່າ ຄິມ ຈອງ ອຶນ ຍັງຄົງເປີດຮັບການເຈົ້າຈາກັບສະຫະລັດ ແລະຈະດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ