ດວງ-Tou-Vientianepost - 2023-06-22T082723.976
ຈະຈັດສັນຕະຫຼາດກາງຄືນ ເຂດສວນເຈົ້າອະນຸວົງແລະປ່ຽນໃຫ້ເປັນເຕັ້ນສີຂາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 June, 2023
ໝວດ: ຂ່າວ

ໜັງສືພິມ ວຽງຈັນໃໝ່ ລາຍງານ ໃນວັນທີ 21/06/2023 ນີ້ໃຫ້ຮູ້ວ່າ ໃນການຈັດສັນການຄ້າຂາຍ (ເຂດເຕັ້ນແດງ) ຢູ່ຕະຫຼາດກາງຄືນ ເຂດສວນເຈົ້າອະນຸວົງ ນະຄອນຫຼວງວຽງຈັນ ພາຍຫຼັງໄດ້ ມີການແຕ່ງຕັ້ງຄະນະຈັດສັນຈາກການຄ້ານະຄອນຫລວງ ແລະ ເມືອງ ກໍໄດ້ມີການປັບປຸງບໍ່ໃຫ້ແອອັດ ແລະ ຈັດໃຫ້ມີ ໂຊນຫັດຖະກຳດ້ານໜ້າຈຳນວນ 60 ເຕັ້ນ ໃນຈໍານວນ 60 ເຕັ້ນແມ່ນຈັດເປັນ 8 ໝວດຜະລິດຕະພັນ. ປັດຈຸບັນແມ່ນ ຢູ່ໃນຂັ້ນຕອນປ່ຽນຜະລິດຕະພັນຕາມໝວດໝູ່ ຄຽງຄູ່ກັນ ນັ້ນ ກໍຈະໄດ້ຈົກສະຫຼາກເພື່ອຈັດໂຊນຜະລິດຕະພັນລວມ ທັງໝົດມີ 6 ໂຊນ ພາຍຫຼັງຈັດໂຊນຜະລິດຕະພັນແລ້ວ ຈະໃຫ້ຊາວຄ້າຂາຍປ່ຽນຫຼັງຄາເຕັ້ນເປັນສີຂາວຄືກັນໝົດ.

ສ່ວນການຖິ້ມຂີ້ເຫຍື້ອ ບໍລິສັດໄດ້ພົວພັນສົມທົບກັບ ຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ຂໍໃຫ້ເພິ່ນປັບປ່ຽນເວລາ ຄືນໃໝ່ຈາກ 12 ໂມງກາງຄືນມາເອົາຂີ້ເຫຍື້ອ ມາເປັນ ເວລາ 5 ໂມງເຊົ້າ ອີງໃສ່ທີມງານເກັບມ້ຽນຂີ້ເຫຍື້ອພາຍໃນ ສວນເຈົ້າອານຸວົງຈະເກັບຂີ້ເຫຍື້ອສຳເລັດເວລາ 3-4 ໂມງ ເຊົ້າ ຂອງທຸກໆມື້ ພ້ອມນັ້ນກໍໄດ້ເອົາໃຈໃສ່ຮັກສາ ຄວາມສະຫງົບປອດໄພຮອບດ້ານພາຍໃນຂອບເຂດສວນ ເຈົ້າອານຸວົງ ໂດຍທາງບໍລິສັດ ແມ່ນໄດ້ເອົາໃຈໃສ່ເປັນ ວຽກງານສຳຄັນຕົ້ນຕໍ ໂດຍໄດ້ສົມທົບກັບ ກຳລັງ ປກຊ- ປກສ ຂອງບ້ານອ້ອມຂ້າງ ແລະ ມີສ່ວນຮ່ວມໃນວຽກງານ ປ້ອງກັນຢ່າງເປັນປົກກະຕິ.

ທີ່ມາ: ໜັງສືພິມວຽງຈັນໃຫມ່

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ