ດວງ-Tou-Vientianepost - 2023-06-22T200211.099
ເປັນໂລກຊຶມເສົ້າ ຍ້ອນທຸກ ເມຍໜີປະ ຈຶ່ງຕັດສິນໃຈຈົບຊີວິດຕົນເອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 June, 2023
ໝວດ: ຂ່າວ

ທ່ານ ຮທ ອາຊື ຊອງແມະ ຮອງຫົວໜ້າໜ່ວຍງານຄະດີອາຍາ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເວລາປະມານ 9 ໂມງເຊົ້າຂອງວັນທີ 15 ມິຖຸນາ 2023 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີກໍລະນີ ມີເຫດຄົນເສຍຊິວິດ ຢູ່ເຂດບ້ານຫ້ວຍໝໍ້ ເມືອງລອງ ເເຂວງຫຼວງນໍ້າທາ ຈຶ່ງໄດ້ລົງພື້ນທີ່ກວດກາສະຖານທີ່ເກີດເຫດພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ຈໍໂຕ ອາຍຸ 48 ປີ ປະຊາຊົນບ້ານ ຫ້ວຍໝໍ້. ເບື້ອງຕົ້ນ ພົບເຫັນຮ່ອງຮອຍລູກປືນແກັບຍິງເຂົ້າ ບໍລິເວນໜ້າເອິກ ຊອດອອກສັນຫຼັງ 1 ຮູ, ນອນເສຍຊິວິດຢູ່ພາຍໃນເຮືອນຂອງຜູ້ກ່ຽວ ນອກນັ້ນຍັງພົບເຫັນປືນແກັບ 1 ກະບອກຍາວປະມານ 1,40 ຊັງຕີແມັດ.

ຜ່ານການເກັບກໍາຂໍ້ມູນ ແລະ ເອົາຄໍາໃຫ້ການຈາກຍາດຕິພີ່ນ້ອງຂອງ ທ້າວ ຈໍໂຕ ພົບວ່າຜູ້ກ່ຽວເກີດມີແນວຄິດຊຶມເສົ້າ ຍ້ອນຄວາມທຸກຍາກ, ເມຍກໍ່ໜີປະຍ້ອນວ່າ ໄລຍະທີ່ຜ່ານມາຜູ້ກ່ຽວເສບຢາບ້າ ແລະ ຖືກເຈົ້າໜ້າທີ່ກັກຕົວໄປດັດສ້າງ ແລ້ວ 2 ຄັ້ງ ເຊິ່ງທັງໝົດນີ້ ເຈົ້າໜ້າທີ່ຈຶ່ງສັນນິຖານວ່າ: ຜູ້ກ່ຽວໄດ້ລົງມືປິດຊີບຂອງຕົນເອງບໍ່ແມ່ນການຄາດຕະກຳ.

ປັດຈຸບັນ ຊາກສົບຜູ້ກ່ຽວໄດ້ມອບໃຫ້ຍາດຕິພີ່ນ້ອງນໍາໄປ ສົ່ງສະການຕາມຮີດຄອງປະເພນີ, ສ່ວນອາວຸດປະເພດປືນແກັບທີ່ຜູ້ກ່ຽວໃຊ້ກໍ່ເຫດແມ່ນໄດ້ເກັບມາ ຮັກສາໄວ້ທີ່ກອງບັນຊາການ ປກສ ເມືອງລອງ ເພື່ອທໍາລາຍຖິ້ມ.

ທີ່ມາ ຂ່າວ ປກສ ແຂວງຫລວງນ້ຳທາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ