ພັທ ອິນປັນ ຫາດາວເຮືອງ ຮອງຫົວໜ້າກອງບັນຊາການເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ມອບລົດຈັກ 10 ຄັນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ສົ່ງຄືນໃຫ້ເຈົ້າຂອງເດີມ.
ໃນວັນທີ 21 ມິຖຸນາ 2023 ຢູ່ທີ່ຄ້າຍຄຸມຂັງຊົ່ວຄາວ ປກສ ເມືອງສີສັດຕະນາກ ເຊິ່ງຕາງໜ້າກ່າວຮັບໂດຍ ທ່ານ ນາງ ສຸຄະວິນັດ ທີ່ເປັນເຈົ້າຂອງລົດໜຶ່ງໃນຈຳນວນ 10 ຄັນທີ່ມອບໃນຄັ້ງນີ້ ແລະ ມີອີກ 8 ຄົນທີ່ເປັນເຈົ້າຂອງ ເຂົ້າມາຮັບລົດຄືນ ແລະ ລົດຈັກຄັນທີ 10 ແມ່ນກຳລັງປະສານຫາເຈົ້າຂອງລົດໃຫ້ມາຮັບເອົາ ເປັນລົດຈັກເວບ100 ບໍ່ມີປ້າຍທະບຽນ, ເລກຈັກ SA5E2008226 ເລກຖັງ PR2SA1500SC008226.
ພັທ ອິນປັນ ຫາດາວເຮືອງ ໄດ້ແຈ້ງໃຫ້ຮູ້ວ່າລົດຈັກທີ່ມາມອບໃນຄັ້ງນີ້ ,ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກແມ່ນສາມາດນຳເກັບກູ້ຄືນມາໄດ້ໃນວັນທີ 2 ພຶດສະພາ 2023 ຈຳນວນ 1 ຄັນ, ພ້ອມກັບຕົວຜູ້ຖືກຫາ 2 ຄົນຊື່ ທ້າວ ສຸກສາຄອນ ຫຼື ຕົ້ນ ອາຍຸ 32 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ທິບພະຈັນ ຫຼື ເລ້ ອາຍຸ
37ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານໂຊກປາຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໃນວັນທີ 31 ພຶດສະພາ 2023 ສາມາດເກັບກູ້ໄດ້ອີກ 9 ຄັນ ພ້ອມກັບຕົວຜູ້ຖືກຫາອີກ 1 ຄົນ ຊື່ທ້າວ ອິນທະນູໄຊ ຫຼື ຕາໂລ້ ອາຍຸ 39 ປີ ພັກເຊົາຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພາຍຫຼັງໄດ້ເກັບກູ້ລົດຈັກມາໄດ້ເຈົ້າໜ້າທີ່ກໍໄດ້ກວດກາທີ່ໄປທີ່ມາຂອງລົດ ເມື່ອຮູ້ລາຍລະອຽດຈຶ່ງໄດ້ຕິດຕໍ່ປະສານຫາເຈົ້າຂອງລົດມາຮັບເອົາ.
ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |