
ຢຶດ ແລະ ທຳລາຍ ໝາກເຜັດ 4 ໂຕນ ທີ່ນຳເຂົ້າຈາກຫວຽດນາມໂດຍບໍ່ຖືກຕ້ອງ
ໃນວັນທີ 23 ມິຖຸນາ 2023, ທີ່ສະໜາມທໍາລາຍສິນຄ້າດ່ານຊາຍແດນສາກົນນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ທໍາລາຍໝາກເຜັດສົດຈຳນວນ 4 ໂຕນ ທີ່ນໍ້າເຂົ້າຈາກຫວຽດນາມ ໂດຍບໍ່ຖືກຕ້ອງຕາມລະບຽບການຂອງ ສປປ ລາວ.
ໂດຍວັນທີ 21-22 ມິຖຸນາ 2023 ຜ່ານມາ ເຈົ້າໜ້າທີ່ດ່ານຊາຍແດນສາກົນນໍ້າພາວໄດ້ຢຶດສິນຄ້າກະສິກໍາທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບການ (ປະເພດໝາກເຜັດສົດ) ຈໍານວນ 4.000 ກິໂລກຣາມ ລວມມູນຄ່າ 68 ລ້ານກີບ ທີ່ຊຸກເຊື່ອງມານໍາລົດເມ ນໍາເຂົ້າໂດຍທ້າວ ເສົາ ອາຍຸ 38 ປີ ແລະ ທ້າວ ດ່າຍ ອາຍຸ 35 ປີ ທັງສອງສັນຊາດຫວຽດນາມ.ການຢຶດ ແລະ ທຳລາຍຄັ້ງນີ້ແມ່ນດ້ວຍການຝັງດິນ ເຊິ່ງປະຕິບັດຕາມກົດລະບຽບສປປ ລາວ ເປັນການຫລຸດຜ່ອນການນໍາເຂົ້າທີ່ຄົນລາວສາມາດຜະລິດໄດ້.
ຂ່າວ: ຖວທ ເມືອງຄຳເກີດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 6 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














