ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ລາຍງານວ່າ: ເວລາ 08:30 ໂມງຂອງວັນທີ 23 ມິຖຸນາ 2023 ຜ່ານມານີ້ ໄດ້ກວດກາ ຢຶດລົດ TOYOTA Camry ສີດຳ, ບໍ່ຕິດປ້າຍທະບຽນ, ກຳລັງແລ່ນມາຕາມເສັ້ນທາງແຕ່ເມືອງສັງທອງ ຫາ ເມືອງສີໂຄດຕະບອງ (ເສັ້ນທາງແຄມຂອງ).
ຜ່ານການສືບສວນ-ສອບສວນເບື້ອງຕົ້ນເຫັນວ່າ: ບໍ່ມີເອກະສານຢັ້ງຢືນຕ່າງໆ…ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາມອບໃຫ້ຂະແໜງກວດກາ ແລະ ສືບສວນສອບສວນຂອງພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |