ດວງ-Tou-Vientianepost - 2023-06-27T100057.821
ລົງນາມໃນສັນຍາຮ່ວມມືໂຄງການກອງທຶນ ພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 June, 2023
ໝວດ: ຂ່າວ

ຂປລ. ໃນວັນທີ 26 ມິຖຸນາ 2023 ນີ້, ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມລົງນາມໃນສັນຍາຮ່ວມມືໂຄງການ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກະຊວງການຕ່າງປະເທດ ເຊິ່ງຕາງໜ້າໃຫ້ລັດຖະ ບານແຫ່ງ ສປປ ລາວ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່ງປະເທດ ແລະ ກະຊວງ, ຂະແໜງ ການທີ່ໄດ້ຮັບໂຄງການຊ່ວຍເຫລືອຈາກກອງທຶນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.

ໃນປີ 2023 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 12 ໂຄງການ ເປັນມູນຄ່າ 3.147.500 ໂດລາສະຫະລັດ ເຊິ່ງປະກອບມີໂຄງການຈາກສູນກາງ ແລະ ທ້ອງຖິ່ນ ເຊິ່ງກວມເອົາຫລາຍຂົງເຂດ ເປັນຕົ້ນແມ່ນ ກະສິກຳ, ສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນໍ້າ, ສາທາລະນະສຸກ, ການຄ້າ, ສ້າງຄວາມສາມາດໃນການຜະລິດອຸດສາກະກຳພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ ແລະ ເຕັກໂນໂລຊີ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກ ເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ, ທ່າມກາງສະພາບການຂອງໂລກທີ່ຍັງສືບຕໍ່ປະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ, ຂອບການ

ຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫລາຍຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ ຊຶ່ງໄດ້ປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງ ຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ

ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍນເຈດຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວ ໃຫ້ປາກົດຜົນເປັນຈິງ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບທັງໝົດ 68 ໂຄງການ ມູນຄ່າ 18 ລ້ານກວ່າໂດລາສະຫະລັດ ແມ່ນໄດ້ຮັບໝາກຜົນເປັນຢ່າງດີ.

ໃນໂອກາດດັ່ງກ່າວ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ສປ ຈີນ ເຊື້ອໝັ້ນວ່າ ໂຄງການທີ່ໄດ້ຮັບອະນຸມັດງວດໃໝ່ ໃນປີ 2023 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໄດ້ຢ່າງປາກົດຜົນເປັນຈິງ ແລະ ມີປະສິດທິພາບສູງ, ພ້ອມທັງ, ຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.

ຂ່າວ: ສຸກສະຫວັດ
ພາບ: ຂັນໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ