ດວງ-Tou-Vientianepost - 2023-06-29T202401.964
ເຈົ້າໜ້າທີ່ຈັບຜູ້ຄ້າຂາຍສິ່ງເສບຕິດ ປະເພດໃບກະທ້ອມ ທີ່ບ້ານນາ ເມືອງສີໂຄດຕະບອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 29 June, 2023
ໝວດ: ຂ່າວ

ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ໃນວັນທີ 19 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະໄດ້ລົງແກ້ໄຂກຸ່ມເປົ້າໝາຍຂົນສົ່ງຢາເສບຕິດປະເພດໃບກະທ້ອມ ໄດ້ທັງໝົດ 599,7 ກິໂລກຼາມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ແລະ ເຂດບ້ານນາຖົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມກັກຕົວຜູ້ຖືກຫາໄດ້ທັງໝົດ 5 ຄົນ, ຍິງ 1 ຄົນ ແລະ ຍຶດພາຫະນະນຳໃຊ້ໃນການຂົນສົ່ງມາດຳເນີນການສອບສວນ.

ທ່ານ ພທ ດາວົງ ພຸມມະວົງ ຫົວໜ້າພະແນກ ປດກສ ເມືອງສີໂຄດຕະບອງ ໄດ້ເລົ່າວ່າ: ໃນຄັ້ງວັນທີ 19 ມິຖຸນາ 2023 ເວລາ 12:30 ນາທີຜ່ານມາ, ເຈົ້ານ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ຕ້ານຢາເສບຕິດ, ພະແນກຕຳຫຼວດກອງບັນຊາການ ປກສ ເມືອງສິໂຄດຕະບອງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຊື້ຂາຍ ສິ່ງເສບຕິດປະເພດໃບກະທ້ອມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ກໍໄດ້ຈັດຕັ້ງກຳລັງລົງຕິດຕາມກວດກາ ຈຶ່ງສາມາດກັກຕົວເປົ້າໝາຍ ຊື່ທ້າວອາລັນ ພ້ອມດ້ວຍຂອງກາງລວມໃບກະທ້ອມນ້ຳໜັກ 700 ກຼາມ ພ້ອມຢາດີໄອຝາແດງ 12 ແກ້ວ.

ຜ່ານການສືບສວນສອບສວນຜູ້ກ່ຽວຮັບສາລະພາບ ແລະ ຊັກທອດໄປຫາ ທ້າວໂຈນີ ແລະ ນາງນ້ຳຝົນ ເຈົ້າໜ້າທີ່ຈຶ່ງໄ້ທຳການຂະຫຍາຍຜົນຕິດຕາມ, ຊອກຫາ ຈົນມາຮອດເວລາ 15:30 ນາທີ ຂອງວັນດຽວກັນເຈົ້າໜ້າທີ່ກໍສາມາດກັກຕົວທັງ 2 ໄດ້, ຜ່ານການສືບບສວນ-ສອບສວນ ຜູ້ກ່ຽວໄດ້ຊັກທອດຫາບຸກຄົນທີ 3, ຊື່ວ່າທ້າວ ໄຊປະເສີດ ແລະ ທ້າວ ເກດສະດາ ທີ່ເປັນສອງອ້າຍນ້ອງກັນ ຜ່ານການເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍ ຈົນມາຮອດເວລາ 16:50 ນາທີ, ຂອງວັນດຽວກັນ ຈຶ່ງພົບເຫັນເປົ້າໝາຍໄດ້ຂັບຂີ່ລົດກະບະຮຸ່ນໄດ ໝາຍເລກທະບຽນ ກນ 5260 ກຳແພງນະຄອນ,

ເຂົ້າໄປທີ່ບ້ານທ້າວເກດສະດາ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ທຳການກວດກາລົດຄັນດັ່ງກ່າວ ເຊິ່ງພາຍໃນລົດພົບເຫັນໃບກະທ້ອມຈຳນວນ 42 ເປົາ ແລະ ລົດຈັກ ຄລິກໄອ ສີແດງ ປ້າຍໄທ 1 ຄັນ, ຈຳນວນໃບກະທ້ອມດັ່ງກ່າວໄດ້ຊຸກເຊື່ອງ ຫຼື ປະປົນກັບສິນຄ້າປະເພດເຄື່ອງແຫ້ງທີ່ນຳເຂົ້າຈາກປະເທດເພື່ອນບ້ານ, ນອກນັ້ນກໍຍັງໄດ້ກວດກາບໍລິເວນເຮືອນກໍພົບເຫັນໃບກະທ້ອມຈຳນວນ 1 ເປົາລວມທັງໝົດໃບກະທ້ອມທີ່ກວດພົບເຫັນໃນສະຖາທີ່ດັ່ງກ່າວ ມີຈຳນວນ 43 ເປົາ ນ້ຳໜັກລວມ 599 ກິໂລກຼາມ, ຈາກນັ້ນເຈົ້າໜ້າທີ່ຈຶ່ງນຳໂຕທ້າວ ໄຊປະເສີດ ແລະ ທ້າວເກດສະດາ ທັງສອງອ້າຍນ້ອງ ພ້ອມຂອງກາງມາທີ່ ປກສ ເມືອງສີໂຄດຕະບອງ ເພື່ອທຳການສືບສວນ-ສອບສວນ ຂະຫຍາຍຜົນຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
pele - 2025-11-06T091212.136
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 06/11/2025
jane - 2025-11-06T084802.613
ລາຍງານສະພາບອາກາດປະຈໍາວັນທີ  06 ພະຈິກ 2025
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
ຢ່າລື່ມກົດຕິດຕາມ