ຄົນເກີດວັນອາທິດ:ການງານມີໂອກາດໄດ້ຮັບເງິນກ້ອນໃຫຍ່ຈາກການເຮັດທຸລະກິດທີ່ຕົນເອງມຸ້ງມັ່ນເກີດຄວາມສຳເລັດ ເຊັ່ນ ທຸລະກິດດ້ານຊັບສິນ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກມີໂອກາດພົບຄົນທີ່ມີເກນອາຍຸຫຼາຍກວ່າ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນຈັນ:ການງານເລີ່ມຕົ້ນທຸລະກິດໃໝ່ຮ່ວມກັບຮຸ້ນສ່ວນປະສົບຄວາມສຳເລັດມີຄວາມສຸກໃຈ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະນີ້ ຄວາມຮັກມີໂອກາດທີ່ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນຜິວສອງສີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານມີໂອກາດໄດ້ຮັບຕຳແໜ່ງວຽກງານທີ່ສຳຄັນຫຼາຍຂຶ້ນ ການເງິນຈະໄດ້ເງິນເຂົ້າມາດ້ວຍການອຸປະຖຳຈາກຄົນສະໜິດ ຄວາມຮັກພົບຄົນທີ່ມີສະເໜ່ ມີຄວາມສຸກ ແລະ ລົງຕົວໃນຄວາມສຳພັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ0
ຄົນເກີດວັນພຸດ:ການງານອາຊີບດ້ານການໃຊ້ພາສາ ການເວົ້າ ເປັນນັກຂຽນ ຫຼື ພິທີກອນ ມີໂອກາດໄດ້ຮັບໂອກາດເຮັດວຽກທີ່ມີຄວາມສຳຄັນ ການເງິນຈະໄດ້ເງິນເຂົ້າມາແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກສຸກສົມຫວັງລົງຕົວດ້ານຄວາມຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານຕ້ອງລະວັງການຂັດແຍ້ງກັບຮຸ້ນສ່ວນຫຼືບໍລິວານ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດມາຈາກການສ່ຽງໂຊກກໍເປັນໄປໄດ້ ຄວາມຮັກຊີວິດຮັກຍັງບໍ່ລົງຕັວໃນໄລຍະນີ້ ຕ້ອງລະວັງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ6
ຄົນເກີດວັນສຸກ:ການງານຈະເຮັດທຸລະກິດຫຍັງເປັນເງິນເປັນຄຳໄປທຸກຢ່າງ ການເງິນຈະໄດ້ໂຊກຈາກຄວາມມຸ່ງໝັ້ນ ແລະ ການກະທຳຂອງຕົນເອງ ຄວາມຮັກມີໂອກາດພົບຮັກ ພົບຄູ່ຄອງ ໃນສະຖານທີ່ທ່ອງທ່ຽວທີ່ສວຍງາມ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນເສົາ:ການງານຈະຕ້ອງປັບປ່ຽນວິທີການເຮັດທຸລະກິດ ຈຶ່ງເກີດໂອກາດໃໝ່ໆ ເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ກໍເປັນໄປໄດ້ໃນໄລຍະນີ້ ຄວາມຮັກເລືອກຄົນທີ່ສາມາດສ້າງຄວາມສຸກໃຫ້ກັບຕົນເອງໄດ້ດີທີ່ສຸດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ8
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |