
ວັນທີ 30 ມິຖຸນາ 2023 ນີ້, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ແຈ້ງການ ເລື່ອງ: ການກໍານົດລາຄາຊີ້ນງົວ, ຄວາຍ ແລະ ໝູ ຂອດຂາຍຍົກໜ້າໂຮງງານ ແລະ ຂອດຂາຍຍ່ອຍ ຫຼື ຂອດຫນ້າຂຽງ ຢູ່ພາຍໃນຕະຫຼາດເທສະບານ ແຂວງ ຄືນໃໝ່ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ໃນລາຄາທີ່ສົມເຫດສົມຜົນ ສາມາດຮັບໄດ້ທັງຜູ້ຂາຍແລະຜູ້ຊົມໃຊ້ຄື:
– ລາຄາຊີ້ນຂອດຂາຍໜ້າໂຮງງານ (ຂອດນາຍຮ້ອຍ) ຊີ້ນງົວ, ຄວາຍ ລາຄາລວມ 66.000 ກີບ/ກິໂລ, ຊີ້ນໝູ ລາຄາລວມ 65.500 ກີບ/ກິໂລ,
– ລາຄາຊີ້ນຂອດຂາຍຍ່ອຍ (ຂອດໜ້າຂຽງ) ກ. ປະເພດຊີ້ນຄວາຍ ແລະ ງົວ:ຊີ້ນສົດປະເພດ 1 ລາຄາ 100.000 ກີບ/ກິໂລ, ຊີ້ນປະສົມປະເພດ 2 ລາຄາ 85.000 ກີບ/ກິໂລ, ເຄື່ອງໃນ ລາຄາ 100.000 ກີບ/ກິໂລ, ກະດູກ ລາຄາ 40.000 ກີບ/ກິໂລ, ໜັງ ລາຄາ 15.000 ກີບ/ກິໂລ, ຕີນ ລາຄາ 30.000 ກີບ/ກິໂລ, ເລືອດ ລາຄາ 32.000 ກີບ/ກິໂລ, ເພ້ຍ ລາຄາ 100.000 ກີບ/ກິໂລ
ຂ. ປະເພດຊີ້ນໝູ: ຊີ້ນສົດປະເພດ 1 ລາຄາ 80.000 ກີບ/ກິໂລ, ຊີ້ນປະສົມປະເພດ 2 ລາຄາ 75.000 ກີບ/ກິໂລ, ຊີ້ນສາມຊັ້ນ ລາຄາ 80.000 ກີບ/ກິໂລ, ຊີ້ນຂ້າງ ລາຄາ 80.000 ກີບ/ກິໂລ, ເຄື່ອງໃນ ລາຄາ 75.000 ກີບ/ກິໂລ, ຫົວ, ຕີນ ລາຄາ 50.000 ກີບ/ກິໂລ, ນໍ້າມັນ ລາຄາ 45.000 ກີບ/ກິໂລ
ທັງນີ້, ເພື່ອແນໃສ່ຮັກສາສະຖຽນລະພາບທາງດ້ານລາຄາສິນຄ້າ ທີ່ກະທົບໄວ, ອ່ອນໄຫວຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ, ຮັບປະກັນຕໍ່ການຄຸ້ມຄອງລາຄາ ຢູ່ໃນເກນທີ່ລັດກໍານົດໄວ້, ແນ່ໃສ່ຮັກສາຜົນປະໂຫຍດ ອັນຊອບທໍາ ຂອງຜູ້ປະກອບການ ແລະ ຜູ້ບໍລິໂພກ, ຜູ້ຊົມໃຊ້ໃຫ້ມີຄວາມຍຸດຕິທໍາ ເຮັດໃຫ້ສັງຄົມມີຄວາມ
ຖ້າຫາກພົບເຫັນຜູ້ລະເມີດຝ່າຝືນຈໍາໜ່າຍເກີນລາຄາທີ່ລັດກໍານົດ ແມ່ນໃຫ້ໃຊ້ມາດຕະການ ທີ່ກໍານົດໄວ້ ໃນລະບຽບກົດຫມາຍ ຕໍ່ຜູ້ທີ່ລະເມີດທີ່ຝ່າຝືນຢ່າງເຂັ້ມງວດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 658.24 | 669.43 |
EUR | 24,151 | 24,633 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 44,520,000 | 45,050,000 |
![]() | 43,985,000 | 45,159,000 |














