ດວງ-Tou-Vientianepost - 2023-07-04T113855.003
ເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 July, 2023
ໝວດ: ຂ່າວ

ໃນທີ່ສຸດຜັກຕົບທີ່ກີດຂວາງທາງໄຫຼຂອງນ້ຳຢູ່ຮອງແຊງຊຶ່ງເປັນຮ່ອງລະບາຍນ້ຳຂະໜາດໃຫຍ່ ເພື່ອລະບາຍນ້ຳເປື້ອນຈາກຄົວເຮືອນອອກຈາກ 2 ເມືອງຄື: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ບາງຈຸດ ໂດຍສະເພາະ ຢູ່ຈຸດ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ກໍຖືກອະນາໄມຮື້ຖອນ ຈາກໜ່ວຍງານທີ່ກ່ຽວຂ້ອງຂອງເມືອງແລ້ວ, ພາຍຫຼັງທີ່ຈະເລີນເຕີບໂຕເບັ່ງບານ ກີດຂວາງການໄຫຼຂອງນ້ຳມາເປັນເວລາດົນນານ.

ວັນທີ 30 ມິຖຸນາ 2023 ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງຂອງເມືອງຈັນທະບູລີ ໄດ້ນຳເອົາລົດຈົກຄັນໃຫຍ່ໄປຈົກ, ໄປທາວເອົາຜັກຕົບຢູ່ຈຸດຂົວຮ່ອງແຊງຂອບເຂດບ້ານຮ່ອງໄກ່ແກ້ວຂຶ້ນໄວ້ຕາມບໍລິເວນແຄມຮ່ອງລະບາຍນ້ຳແລ້ວ ນີ້ຖືວ່າເປັນການເລີ່ມຕົ້ນອັນດີທີ່ຍັງເຫັນໄດ້ເຖິງຄວາມສຳຄັນຂອງສະພາບສິ່ງແວດລ້ອມແລ້ວລົງມືປະກອບສ່ວນເຮັດໃຫ້ບ້ານເມືອງສະອາດງາມຕາ ເຮັດໃຫ້ນ້ຳໄຫຼສະດວກ ຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງໃນລະດູຝົນ ແລະ ຍັງເປັນຕົວແບບທີ່ດີໃຫ້ພາກສ່ວນອື່ນນຳອີກ.

ແຕ່ສິ່ງໜຶ່ງ ຊຶ່ງພາກສ່ວນກ່ຽວຂ້ອງອາດລືມຄຳນຶງເຖິງ ຫຼືບໍ່ ກໍບໍ່ສາມາດຮູ້ໄດ້ ຄືເວລາກ່ອນຈະໄປຈົກໄປທາວເອົາຜັກຕົບອອກນັ້ນ ໄດ້ກຽມພ້ອມທຸກຢ່າງຫຼືຍັງ ເຊັ່ນ: ກຳລັງແຮງງານທີ່ຊ່ວຍວຽກອະນາໄມ, ກຽມທັງລົດທີ່ຈະຂົນເອົາໄປຖິ້ມໄປມ້ຽນຢູ່ໃສ ຈຸດໃດ ຈຶ່ງຈະບໍ່ສ້າງຄວາມເປື້ອນເປິ, ຮົກເຮື້ອ ຫຼື ຈະປະປ່ອຍໄວ້ຕາມແຄມຮ່ອງລະບາຍນ້ຳນັ້ນເລີຍເພື່ອລໍຖ້າໃຫ້ປະຊາຊົນໄປຂົນເອົາມາເປັນອາຫານໃຫ້ສັດລ້ຽງ, ທີ່ສຳຄັນໄປກວ່ານັ້ນ ຄວນໄດ້ປະສານສົມທົບກັບອຳນາດການປົກຄອງ ບຸກຄົນ, ນິຕິບຸກຄົນທີ່ອາໄສຢູ່ເຂດລຽບຄອງຄັກແນ່ກ່ອນລົງມືເຮັດຫຼີກເວັ້ນຜົນເສຍຫາຍທີ່ກະທົບເຖິງຊັບສິນຂອງປະຊາຊົນ ເຊັ່ນ: ຖະໜົນເຂົ້າເຮືອນ, ຕົ້ນໄມ້ກິນໝາກ ແລະ ອື່ນໆຂອງເຂົາເຈົ້າເພື່ອບໍ່ໃຫ້ເກີດມີບັນຫາຕາມມາພາຍຫຼັງ.

ຜ່ານມາ ກໍຄືປັດຈຸບັນນີ້, ມີຜັກຕົບແພ່ຫລາຍຕາມຮ່ອງແຊງ ເຮັດໃຫ້ນ້ຳໄຫຼບໍ່ສະດວກ ເຊິ່ງປະຊາຊົນມີກັງວົນວ່າເວລາຝົນຕົກແຮງອາດຈະເຮັດໃຫ້ນ້ຳລະບາຍຊ້າ ອາດເກີດນ້ຳຖ້ວມຂັງ ເປັນບໍລິເວນກວ້າງ ແລະ ກາຍເປັນບັນຫາສ້າງຄວາມເສຍຫາຍແກ່ສ່ວນອື່ນໆໄດ້, ດັ່ງນັ້ນ ມັນຮຽກຮ້ອງເຖິງທຸກພາກສ່ວນ ໂດຍສະເພາະແມ່ນໜ່ວຍງານທີ່ກ່ຽວຂ້ອງຊ່ວຍລົງກວດກາ ແລະ ແກ້ໄຂຕາມຄວາມເໝາະສົມ ເໝືອນດັ່ງຢູ່ຈຸດຂົວຮ່ອງແຊງເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີແດ່ທ້ອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຢ່າລື່ມກົດຕິດຕາມ