
ຄົນເກີດວັນອາທິດ:ການງານເຮັດທຸລະກິດການຄ້າອາຫານ ທຸລະກິດການຄ້າເສື້ອຜ້າຈະໄດ້ຜົນກຳໄລດີ ການເງິນໄລຍະນີ້ອາດຈຳເປັນຕ້ອງເອົາເງິນເກັບອອກມາໃຊ້ຈ່າຍ ຄວາມຮັກ ເກີດບັນຫາດ້ານຄວາມສຳພັນກັບຄົນຮັກ ໃຫ້ລະວັງຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານການເຮັດວຽກງານໜັກຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບ
ການເງິນລະວັງໝຸນເງິນບໍ່ທັນໃຊ້ຈ່າຍ ເພາະເປັນໄລຍະເກັບເງິນບໍ່ຢູ່ ຄວາມຮັກເກີດຄວາມສຳພັນທີ່ບໍ່ມີຄວາມສຸກ ເພາະມີບັນຫາກັບຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານການຂາຍສິນຄ້າຜ່ານທາງອອນລາຍຈະໄດ້ຮັບຜົນກຳໄລທີ່ເພີ່ມຂຶ້ນ ການເງິນ ພົບຜູ້ອຸປະຖຳທາງດ້ານການເງິນ ເຂົ້າມາຊ່ວຍໃນເລື່ອງລາຍຈ່າຍ ຄວາມຮັກບໍ່ລົງຕົວໃນເລື່ອງຂອງຄວາມສຳພັນອາດເປັນປັດໃຈຂອງການຫ່າງກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພຸດ:ການງານຈະໄດ້ເລີ່ມເຮັດໂປຣເຈັກວຽກງານໃໝ່ເຂົ້າມາຊ່ວຍໃນເລື່ອງຂອງການໃຊ້ຈ່າຍ ການເງິນຈະສູນເສຍເງິນກັບລາຍຈ່າຍທີ່ບໍ່ຄາດຝັນ ຄວາມຮັກ ຈະພົບຄົນມີຊື່ສຽງເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂາວ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານອາດຕັດສິນໃຈປ່ຽນແປງຍົກຍ້າຍສະຖານທີ່ເຮັດວຽກ ການເງິນຄອບຄົວຈະຊ່ວຍອຸປະຖຳການເງິນໃຫ້ທ່ານເປັນຢ່າງດີ ຄວາມຮັກ ຈະພົບຄົນລັກສະນະອວບໆ ເຂົ້າມາໃຫ້ຮູ້ຈັກ
ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ8
ຄົນເກີດວັນສຸກ:ການງານໄລຍະນີ້ເຮັດທຸລະກິດໄດ້ຜົນກຳໄລດີ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ ອາດເປັນເລື່ອງຂອງການເຈລະຈາລາຍຮັບລາຍຈ່າຍ ຄວາມຮັກລະວັງຈະພົບເລື່ອງເລີກລາກັບຄົນຮັກໃຫ້ລະວັງຄໍາເວົ້າ ຖະໜອມນໍ້າໃຈກັນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ 9
ຄົນເກີດວັນເສົາ:ການງານທຸລະກິດຂະຫຍາຍຕົວຊ້າຕ້ອງຢຸດເພື່ອຖ້າເບິ່ງເຫດການຂອງການລົງທຶນ ການເງິນຈະເກີດໂຊກດີໃນມື້ນີ້ ອາດເປັນການຮັບຊັບເຂົ້າມາໃຊ້ຈ່າຍ ຄວາມຮັກປະຕິເສດຄວາມສຳພັນທີ່ບໍ່ຊັດເຈນກັບຄົນຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ4
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














