ເຈົ້າໜ້າທີ່ເຂດໜອງຄາຍ ປະເທດໄທ ຄົ້ນຫາລົດທີ່ຂະບວນລັກລອບນຳລົດສົ່ງມາລາວ ແຕ່ຖືກເຈົ້າໜ້າທີ່ກວດພົບເຮັດໃຫ້ມີລົດຕົກລົງໄປນ້ຳຂອງພົບແລ້ວ ເປັນລົດກະບະ, ເຊິ່ງກ່ອນໜ້ານີ້ທາງໄທກໍໄດ້ກວດຍຶດລົດທີ່ກຽມສົ່ງມາລາວໄດ້ 1 ຄັນ ຂະນະທີ່ຈອດຖ້າສົ່ງຂາຍມາລາວຢູ່ແຄມນ້ຳຂອງ.
ໃນວັນທີ 6 ກໍລະກົດ 2023 ເຈົ້າໜ້າທີ່ໄທ ຮ່ວມກັບໜ່ວຍກູ້ໄພ ໄດ້ນຳເອົາ ລົດກະບະ 4 ປະຕູ ຍີ່ຫໍ່ໂຕໂຍຕ້າລີໂວ່ ຈຳນວນ 1 ຄັນ ທີ່ເຈົ້າໜ້າທີ່ດຳນ້ຳລົງຄົ້ນຫາໃນວັນທີ 3 ກໍລະກົດ ຈົນມາຮອດວັນທີ 5 ກໍລະກົດ ເຈົ້າໜ້າທີ່ກໍສາມາດເຫັນລົດຄັນດັ່ງກ່າວຈົມຢູ່ນ້ຳຂອງ ເຊິ່ງຂະບວນການນຳລົດສົ່ງຂາຍມາລາວ ກຽມນຳລົງແພ ແຕ່ຖືກເຈົ້າໜ້າທີ່ກວດເຫັນ ເຮັດໃຫ້ລົດຕົກລົງນ້ຳຂອງ ຢູ່ເຂດບ້ານຕາດເສີມ ຕຳບົນບ້ານມ່ວງ ອຳເພີສັງຄົມ ຈັງຫວັດໜອງຄາຍ.
ທາງເຈົ້າໜ້າທີ່ໄດ້ລາຍງານຕື່ມວ່າ: ໃນຂະນະທີ່ກວດພົບເຫັນກຸ່ມຂະບວນລັກລອບສົ່ງລົດ ເມື່ອພວກກ່ຽວກໍເຫັນວ່າແມ່ນຕຳຫຼວດມາຈຶ່ງໄດ້ພາກັນໂດດລົງນ້ຳແລ້ວໜີ ສ່ວນຄົນທີ່ຢູ່ທາງບົກກໍພາກັນແລ່ນໜີຢ່າງຊຳນານ ແຕ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກສົງໄສ 1 ຄົນເປັນອະດີດຕຳຫຼວດ ແລະ ສາມາດຍຶດລົດທີ່ກຳລັງເອົາລົງແພໄດ້ 1 ຄັນ ອີກ 1 ຄັນແມ່ນຈົມນ້ຳ.
ແຫຼ່ງຂ່າວໜອງຄາຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |