
ຄົນເກີດວັນອາທິດ:ການງານຈະພົບບັນຫາທາງດ້ານການເຮັດວຽກງານແບບບໍ່ຄາດຝັນ ແຕ່ສາມາດແກ້ບັນຫາສະເພາະໜ້າໄດ້ຢ່າງວ່ອງໄວ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະນີ້ດວງການເງິນດີ ຄວາມຮັກລະວັງການໃຊ້ອາລົມ ແລະ ຄວາມໃຈຮ້ອນກັບຄົນຮັກໃນໄລຍະນີ້ ຄວນຫຼີກລ້ຽງສະຖານນະການການຂັດແຍ້ງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນຈັນ:ການງານ ສາມາດໃຊ້ສິລະປະໃນການຕິດຕໍ່ເຈລະຈາປະສົບຄວາມສຳເລັດ ການເງິນໂຊກດີ ຫຼື ຄົນສະໜິດຈະນຳໂຊກມາສູ່ທ່ານ ຄວາມຮັກລະວັງເກີດບັນຫາຂັດແຍ້ງກັບຄົນຮັກ ໃນໄລຍະນີ້ໃຫ້ລະວັງເລື່ອງການປາກເວົ້າ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານຕ້ອງແບກພາລະໜ້າທີ່ການງານຂ້ອນຂ້າງຫຼາຍເປັນພິເສດ ການເງິນຈະພົບເລື່ອງກັງວົນໃຈດ້ານການໃຊ້ຈ່າຍ ແຕ່ກໍສາມາດທີ່ຈະແກ້ໄຂບັນຫາໃຫ້ຜ່ານພົ້ນໄປໄດ້ຢ່າງວ່ອງໄວ
ຄວາມຮັກຈະພົບຮັກກັບຄົນດີ ມີສະເໜ່ ມີຄວາມສາມາດ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ 2
ຄົນເກີດວັນພຸດ:ການງານການເຈລະຈາທາງທຸລະກິດປະສົບຄວາມສຳເລັດ ການເງິນມີລາຍຈ່າຍໃນເລື່ອງຂອງການຊ່ວຍເຫຼືອບໍລິວານ ຄວາມຮັກສຸກສົມຫວັງ ແລະ ລົງຕັວດ້ານຄວາມຮັກ ອາດເປັນການປັບຕົວເຂົ້າຫາກັນຫຼາຍຂື້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານໄລຍະນີ້ຖ້າຈະຫາອາຊີບເສີມເຮັດເປັນທຸລະກິດໃໝ່ກໍຈະເຮັດໃຫ້ໄດ້ຮັບຜົນກຳໄລ ການເງິນຈະໄດ້ໂຊກຈາກຄວາມສາມາດຂອງທ່ານເອງ ແລ້ວຈະສົມຫວັງ ຄວາມຮັກລະວັງເກີດຄວາມຂັດແຍ້ງ ຫຼື ປະທະຄາລົມກັບຄົນຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນສຸກ:ການງານເລີ່ມຕົ້ນໂປຣເຈັກໃໝ່ປະສົບຄວາມສຳເລັດ ແລະ ກ້າວໜ້າ ການເງິນໄລຍະນີ້ລະວັງຈະສ້າງໜີ້ສິນເພີ່ມຂຶ້ນ ເພາະເປັນສິ່ງທີ່ທ່ານຕ້ອງການ ຄວາມຮັກລະວັງຂັດແຍ້ງກັບຄົນຮັກໃນໄລຍະນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີມ້ວງ ເລກນຳໂຊກ 0
ຄົນເກີດວັນເສົາ:ການງານຈະຕ້ອງໄປເຮັດວຽກຮ່ວມກັບຄົນທີ່ມີຄວາມເກັ່ງ ມີຄວາມສາມາດ ມີເກນອາຍຸນ້ອຍກວ່າ ການເງິນຈະມີໂຊກຈາກການທີ່ຕົນເອງນັ້ນຈະໄດ້ຮັບການຊ່ວຍເຫຼືອແລະ ອຸປະຖຳທາງດ້ານການເງິນ ຄວາມຮັກມີໂຊກທາງດ້ານຄວາມຮັກ ມີຄວາມສຸກສົມຫວັງຫຼາຍໆ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ3
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














