
ວັນທີ 18 ກໍລະກົດ 2023, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ຈູດທຳລາຍສິນຄ້າບໍລິໂພກ ປະເພດຮັອດດັອກ, ໄສ້ອົ່ວ, ຕີນໄກ່ ແລະ ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ ທີ່ຍຶດໄດ້ຈາກແມ່ຄ້ານໍາມາວາງຈໍາໜ່າຍ ຢູ່ຕະຫຼາດ 2 ແຫ່ງ ຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ ຈຳນວນຫຼາຍສົມຄວນ, ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕືອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.
ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸລະກິດທີ່ນຳເຂົ້າຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າ, ບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ສ່ວນຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງວັນໝົດອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ຕົນເອງ ທັງນີ້ເພື່ອເຮັດໃຫ້ສັງຄົມຜູ້ບໍລິໂພກໄດ້ຊົມໃຊ້ອາຫານທີ່ດີມີຄຸນປະໂຫຍດຕໍ່ສຸຂະພາບຂອງທຸກຄົນ
ສິນຄ້າຈຳນວນນີ້ ແມ່ນເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການກຳນົດລາຄາ ແລະ ວາງຈຳໜ່າຍສິນຄ້າ ໂດຍສະເພາະແມ່ນປະເພດອາຫານແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດຢູ່ຕາມຕະຫຼາດແຫ່ງຕ່າງໆທົ່ວເມືອງໄຊ ໃນວັນທີ 17 ກໍລະກົດ 2023.
ທີ່ມາ ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














