ດວງ-Tou-Vientianepost - 2023-07-28T095755.828
ລາວ-ອິນເດຍ ລົງນາມບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ 5 ໂຄງການ
ຮຽບຮຽງໂດຍ:Staff
ເຜີຍແຜ່: 28 July, 2023

ວັນທີ 27 ກໍລະກົດ 2023,  ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 26-29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ-ສ ອິນເດຍ ຄັ້ງທີ 3.

ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ປະມານ 54 ລ້ານໂດລາສະຫະລັດ. ໃນນັ້ນ, ສປປ ລາວ ສົ່ງອອກແມ່ນປະມານ 43 ລ້ານໂດລາສະຫະລັດ ແລະ ນຳເຂົ້າແມ່ນປະມານ 11 ລ້ານໂດລາສະຫະລັດ, ປັດຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫລາຍພໍສົມຄວນ. ໃນນີ້, ຝ່າຍລາວ ໄດ້ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານສະຖານ ທູດ ຫລື ກອງປະຊຸມພົບປະຂອງສອງປະເທດ ເພື່ອດຶງດູດນັກລົງທຶນຂອງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າ ຂອງລາວໄປຍັງຕະຫລາດອິນເດຍ.

ພາຍຫລັງ ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫລືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ, ລວມມູນຄ່າທັງໝົດ 248.226 ໂດລາສະຫະລັດ ຄື: ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ, ເມືອງປາກລາຍ, ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ; ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ; ໂຄງການກໍ່ສ້າງສູນປິ່ນ ປົວສຸຂະພາບ ບ້ານຊຽງຫລວງ, ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ; ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ, ເມືອງແປກ, ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ ແລະ ໂຄງການກໍ່ສ້າງໂຮງຮຽນ ມັດທະຍົມຕອນຕົ້ນດອນໃຫຍ່, ເມືອງສອງຄອນ, ແຂວງສະ ຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 29 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,693
thailand (1)
THB
660.53
670.70
european-union
EUR
24,119
24,602
china
CNY
2,913
2,971
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-30T170201.892
ທຣຳປ໌ເອີ້ນຕົວເອງວ່າ "ປະທານາທິບໍດີແຫ່ງສັນຕິພາບ" ອ້າງຢຸດຕິຂັດແຍ້ງທົ່ວໂລກພາຍໃນ 6 ເດືອນ
pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
pele - 2025-07-30T144220.491
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
_cover - 2025-07-30T113201.978
ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ
_cover - 2025-07-30T094634.311
ເຕືອນສຶນາມິ ຍີ່ປຸ່ນ-ຣັດເຊຍ ຫຼັງເກີດແຜ່ນດິນໄຫວຮຸນແຮງ 8.7 ໃນພື້ນທີ່ຕາເວັນອອກຂອງຣັດເຊຍ
_cover - 2025-07-29T162928.540
"ປັກກິ່ງ" ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ
ຢ່າລື່ມກົດຕິດຕາມ