
ໃນເວລາ 21:00 ໂມງຂອງວັນທີ 31 ກໍລະກົດ 2023, ໄດ້ມີພົນລະເມືອງຊື່ ນາງ ປ໋ອກ ອາຍຸ 24 ປີ, ອາຊີບປະຊາຊົນ, ຢູ່ບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ໃນເວລາປະມານ 15:00 ໂມງຂອງວັນດຽວກັນ ໄດ້ມີຄົນຮ້າຍມາລັກເອົາເງິນຢູ່ທີ່ຫ້ອງນອນຂອງຕົນເອງໃນຈຳນວນ 100 ກ່ວາລ້ານກີບ.
ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຂວາ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມ ແລະ ຄັດຈ້ອນເປົ້າໝາຍລົງກວດກາ, ສືບຄົ້ນຫາພະຍານຫຼັກຖານ ແລະ ຂໍ້ມູນຢ່າງລະອຽດ ແລະ ຮອດເວລາປະ ມານ 10:00 ໂມງ ຂອງວັນທີ 1 ສິງຫາ 2023 ຈຶ່ງໄດ້ເຂົ້າຄຸມຕົວ ນາງ ດາວຄຳ ອາຍຸ 35 ປີ, ອາຊີບປະຊາຊົນ. ປັດຈຸບັນ, ຢູ່ບ້ານສະຫຼອງໄຊ ເມືອງຂວາ ແຂວງຜົ້ງສາລີ ມາສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ນາງ ດາວຄຳ ຮັບສາລະພາບວ່າ: ໄດ້ລັກຊັບເເທ້, ເຊິ່ງເຈົ້າໜ້າທີ່ ສາມາດຢຶດຂອງກາງສະກຸນເງິນກີບຈຳນວນ 53.063.000 ກີບ, ເງິນບາດ 200 ບາດ, ເງິນຢ໋ວນ 330 ຢ໋ວນ, ເງິນໂດລາ 5 ໂດຣາ, ເງິນດົງ 40.000 ດົງ ປັດຈຸບັນຄະດີດັ່ງກ່າວ, ຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນ ຫາຂໍ້ມູນຫຼັກຖານເພີ່ມເຕີມ, ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














