ດວງ-Tou-Vientianepost - 2023-08-10T112955.184
ແຂວງຄໍາມ່ວນ ເລັ່ງແກ້ໄຂລະບົບໄຟຟ້າ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 August, 2023
ໝວດ: ຂ່າວ

ຕາມການລາຍງານຜົນການສໍາຫລວດ , ເກັບກໍາຂໍ້ມູນ ແລະ ປະເມີນຄວາມເສຍຫາຍ ຈາກຜົນກະທົບຂອງຝົນຕົກໜັກ, ດິນເຈື່ອນຕາມແລວສາຍໃນລະບົບຈໍາໜ່າຍໄຟຟ້າ ສາຂາແຂວງຄໍາມ່ວນ ແລະ ການແກ້ໄຂໃນແຕ່ລະໄລຍະແຕ່ວັນທີ 28 ກໍລະກົດ – 09 ສິງຫາ 2023 ເຊິ່ງສາມາດເກັບກໍາຂໍ້ມູນ ທີ່ມີຜົນກະທົບໄດ້ໃນທົ່ວແຂວງຄື:

ເມືອງມະຫາໄຊ ໝໍ້ແປງມີບັນຫາຈໍານວນ 03 ໜ່ວຍ ປັດຈຸບັນແມ່ນແກ້ໄຂສໍາເລັດ, ນອກນັ້ນ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມເສັ້ນທາງຈໍານວນ 15 ບ້ານ ເຂດປ່າໜາມ-ແກ້ງແປ, ປັດຈຸບັນແມ່ນໄດ້ແກ້ໄຂປ່ອຍໄຟສໍາເລັດໃນວັນທີ 04 ສິງຫາ 2023; ເມືອງບົວລະພາ ໝໍ້ແປງມີບັນຫາ 01 ໜ່ວຍ ແລະ ມີເສົາໄຟຟ້າ 12 ແມັດລົ້ມຈໍານວນ 01 ຕົ້ນປັດຈຸບັນແກ້ໄຂສໍາເລັດ; ເມືອງຫີນບູນ ເສົາໄຟຟ້າ 12 ແມັດລົ້ມຈໍານວນ 04 ຕົ້ນ ແຕ່ເຂດບ້ານນາບົງ ຫາ ບ້ານອິນແປງ ແກ້ໄຂສໍາເລັດແລ້ວໃນວັນທີ 06 ສິງຫາ 2023 ພ້ອມທັງດຶງສາຍໄຟຟ້າ 22 ກິໂລໂວນຈໍານວນ 12 ສາຍ ສໍາເລັດໃນວັນທີ 07 ສິງຫາ 2023, ມີເສົາໄຟຟ້າ 12 ແມັດຈໍານວນ 02 ຕົ້ນເຊິ່ງມີຄວາມສ່ຽງຕໍ່ນໍ້າເຊາະເຈື່ອນ ( ຍັງບໍ່ທັນໄດ້ແກ້ໄຂ ); ສະເພາະເມືອງຫີນບູນ ມີບ້ານທີ່ໄດ້ຮັບຜົນກະ ທົບດ້ານລະບົບໄຟຟ້າທັງໝົດ 24 ບ້ານຄື: ໂພນຕິ້ວ, ມ່ວງໄຂ່ເໜືອ, ມ່ວງໄຂ່ກາງ , ມ່ວງໄຂ່ໃຕ້ , ນ້ອຍ , ບໍ່ແໜ່ງ , ອິນແປງ, ບົງ, ແສງອາລຸນ, ຜາແຫຼມ, ນາເມືອງ, ນາອັນ, ນາຮີ, ຊາວ , ຫົວນາ , ຫ້ວຍຊາຍ , ນາຄໍາ , ທົ່ງຄາ , ທ່າຫຍໍ , ນາສາ, ວັງເຜິ້ງ, ສະນາກ, ບວມລູ ແລະ ໜອງຊືນ ເຊິ່ງໃນຈໍານວນ 24 ບ້ານດັ່ງກ່າວແມ່ນໄດ້ສະໜອງໄຟຟ້າໃຫ້ແລ້ວໃນວັນທີ 07 ສິງຫາ 2023 .

ເມືອງຍົມມະລາດ ໝໍ້ນັບໄຟຈໍານວນ 03 ໜ່ວຍແມ່ນຖືກໄຟໄໝ້, ແກ້ໄຂສໍາເລັດແລ້ວ; ເມືອງໜອງບົກ ເສົາໄຟຟ້າ 14 ແມັດຈໍານວນ 02 ຕົ້ນ ຢູ່ບ້ານທ່າມ່ວງເຊິ່ງມີຄວາມສ່ຽງຖືກນໍ້າເຊາະເຈື່ອນ (​ຍັງບໍ່ທັນແກ້ໄຂ )

ເມືອງເຊບັ້ງໄຟ ບ້ານທີ່ຖືກນໍ້າຖ້ວມມີຈໍານວນ 08 ບ້ານຄື: ບ້ານທັບ , ໂນນກະແຕ້ , ເວີນຄໍາຂຽວ , ວັງເດືອນ, ຄໍາເຕີຍ, ປົ່ງແດງ, ນາຊອຍ, ດອນສະອາດ ( ປະຈຸບັນໄຟຟ້າໄດ້ນໍາໃຊ້ເປັນປົກກະຕິແລ້ວນັບແຕ່ວັນທີ 05 ສິງຫາ 2023 )

ເມືອງໄຊບົວທອງ ຕົ້ນໄມ້ຫັກທັບສາຍຕາຂ່າຍໄຟຟ້າ 22 ກິໂລໂວນ ເຂດບ້ານຜາຂາດເຮັດໃຫ້ຟິວຂາດ, ແກ້ໄຂສໍາເລັດແລ້ວ; ເມືອງຄູນຄໍາ ບ້ານທີ່ຖືກຜົນກະທົບຈາກນໍ້າຖ້ວມທັງໝົດມີ 14 ບ້ານ ( ທົ່ວເມືອງມີ 22 ບ້ານ ) ເຊິ່ງບໍ່ມີໄຟຟ້າໃຊ້ນັບແຕ່ວັນທີ 03-08 ສິງຫາ 2023, ປັດຈຸບັນແມ່ນວາມາດແກ້ໄຂ 02 ບ້ານພາຍໃນເຂດເທສະບານເມືອງຄື: ບ້ານຄູນຄໍາ ແລະ ບ້ານຄູນແກ້ວ, ປັດຈຸບັນນີ້ສາມາດປ່ອຍໄຟໄດ້ພຽງແຕ່ 10 ໜ່ວຍໝໍ້ແປງ ຈາກທັງໝົດ 30 ໜ່ວຍໝໍ້ແປງ, ລວມທັງໄຟຟ້າສະໜອງໃຫ້ແກ່ຜູ້ປະກອບການ; ເມືອງນາກາຍ ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 100% ມີ 04 ຄຸ້ມບ້ານຄື: ບ້ານນາຕານ, ໂພນຄໍາ , ທ່າຂັນແກ້ວ ແລະ ໂພນບົກ . ທັງ 04 ດັ່ງກ່າວແມ່ນສະໜອງໄຟສໍາເລັດໃນວັນທີ 05 ສິງຫາ 2023

ສໍາລັບວຽກທີ່ຍັງຄົງຄ້າງ ແມ່ນຈະໄດ້ພ້ອມກັນສືບຕໍ່ແກ້ໄຂໂດຍມີການສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ສໍາເລັດຕາມຈຸດປະສົງທີ່ວາງໄວ້ , ສ່ວນຢູ່ພາຍໃນເທດສະບານເມືອງທ່າແຂກ ແມ່ນໄດ້ມີການເຝົ້າລະວັງສະ ພາບການຢ່າງເປັນປົກກະຕິ .

ຂ່າວ-ພາບ: ແດງສະຫວັດ ແສນພານິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ