ດວງ-Tou-Vientianepost - 2023-08-19T102237.258
ເຈົ້າໜ້າທີ່ ຢຶດຢາໄອສ໌ 840 ກວ່າກິໂລກຼາມທີ່ແຂວງບໍ່ແກ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 August, 2023
ໝວດ: ຂ່າວ

ໃນວັນທີ 8-9 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ 120 ກິໂລກຼາມ.

ສ່ວນວັນທີ 9 ສິງຫາ 2023, ເວລາ 1:45 ໂມງ ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານສີດອນມີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນບໍ່ດີຂົນສົ່ງຢາເສບຕິດ ຈຶ່ງໄດ້ອອກກວດກາລາດຕະເວນພົບເຫັນກຸ່ມຄົນຈໍານວນໜຶ່ງກຳລັງຂົນຢາເສບຕິດຂຶ້ນລົດຢູ່ທ່ານໍ້າຫົວ ບ້ານສີດອນມີ ເມື່ອພວກເຂົາເຫັນເຈົ້າ ໜ້າທີ່ແລ້ວ ກໍໄດ້ເອົາຕົວຫຼົບໜີ ລົງໄປທາງແຄມນໍ້າຂອງ. ຫຼັງຈາກນັ້ນ, ກໍໄດ້ຍິນສຽງປືນດັງຂຶ້ນປະມານ 5 ຫາ10 ນັດ ແຕ່ບໍ່ຮູ້ວ່າແມ່ນພາກສ່ວນໃດເປັນຜູ້ຍິງ ແລະ ເຈົ້າ ໜ້າທີ່ໄດ້ເຂົ້າໄປກວດກາພົບເຫັນລົດ 2 ຄັນ ຄື: ລົດວີໂກ້ 1 ຄັນ ມີຢາໄອສ໌ບັນຈຸຢູ່ 18 ເປົາ ແລະ ເປົາບັນ ຈຸຖົງຢາງ 1 ເປົາ; ສ່ວນລົດຣີໂວ້ 1 ຄັນ ໝາຍເລກທະບຽນ ກກ 4844 ບໍ່ແກ້ວ ມີຈຳນວນ 7 ເປົາ.

ຫຼັງຈາກນັ້ນ, ໄດ້ປະສານຫາກອງກໍ່ສ້າງຮາກຖານ 918 ແລະ ກອງຮ້ອຍທະຫານຊາຍ ແດນ ຄ 122 ເພື່ອມາເຄື່ອນຍ້າຍຢາເສບຕິດຈຳນວນດັ່ງກ່າວ. ສໍາລັບລົດທັງ 2 ຄັນແມ່ນເຈົ້າໜ້າທີ່ຮາກຖານ ແລະ ທະຫານຊາຍແດນ ໄດ້ຍາມໄວ້ຢູ່ຈຸດເກີດເຫດ ເພາະວ່າບໍ່ມີກະແຈລົດ; ໃນນັ້ນ, ຜ່ານກວດກາລົດທັງ 2 ຄັນ ເຫັນວ່າ ມີຢາເສບຕິດ ປະເພດຢາໄອສ໌ ຈໍານວນ ທັງໝົດມີ 25 ເປົາ ແລະ ເປົາຖົງຢາງບັນຈຸຢາເສບຕິດ ຈໍານວນ 1 ເປົາ, ມີຢາເສບຕິດປະເພດຢາໄອສ໌ ຈຳນວນ 720 ຫໍ່ ນໍ້າ ໜັກ 720 ກິໂລກຼາມ ແລະ ປຶ້ມທະບຽນລົດ, ໃບທະບຽນລົດ ແລະ ໃບຂັບຂີ່ອອກ ຊື່ ທ້າວ ອາກອງ ຢູ່ເມືອງຕົ້ນເຜິ້ງ ແລະ ເອກະສານເຊົ່າສິນເຊື່ອຂອງ ນາງ ຈັນຟອງ ຢູ່ບ້ານນໍ້າເກີງໃໝ່ ເມືອງຕົ້ນເຜິ້ງ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ ຂອງ ປກສ ແຂວງບໍ່ແກ້ວ ພວມດຳເນີນການສືບສວນ-ສອບສວນຫາເຈົ້າຂອງຢາມາດຳເນີນຄະດີຕາມລະບຽບກົດໝາຍ.

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

ທີ່ມາ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 1 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,441
21,717
thailand (1)
THB
658.49
668.63
european-union
EUR
23,673
24,147
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-01T155504.108
"ທຣໍາ" ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້
_cover - 2025-08-01T115812.240
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
pele - 2025-08-01T113820.089
ກອງພັນໃຫຍ່ 703 ເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025
_cover - 2025-08-01T111442.512
ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ
pele - 2025-08-01T102941.120
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ
_cover - 2025-08-01T100247.382
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
pele - 2025-08-01T095435.032
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ
_cover - 2025-08-01T093115.966
ແຈ້ງການມອດໄຟ ວັນທີ 01,02,03 ສິງຫາ 2025 ບາງເຂດໃນນະຄອນຫຼວງ
_cover - 2025-08-01T085749.133
ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ
pele - 2025-07-31T161421.096
ງານສັບປະດາແຟຊັ່ນລາວ 2025 "ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ"
ຢ່າລື່ມກົດຕິດຕາມ