ດວງ-Tou-Vientianepost - 2023-08-20T211109.144
ເຈົ້າໜ້າທີ່​ຄຸມຕົວຊາຍ 2​ ຄົນ​ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ​
ຮຽບຮຽງໂດຍ:Staff
ເຜີຍແຜ່: 20 August, 2023
ໝວດ: ຂ່າວ

ເຈົ້າໜ້າທີ່​ຄຸມຕົວຊາຍໄວໜຸ່ມ​ 2​ ຄົນ​ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ​ (ຊຸດດຳ)ໃນເວລາ​ 23​ ໂມງ​ 30​ ນາທີ​ ຂອງວັນທີ​ 17/08/2023​ ໄດ້ມີເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ໄດ້ອອກເຄື່ອນໄຫວລາດຕະເວນທົ່ວເຂດເທດສະບານນະຄອນໄກສອນ​ ແຂວງສະຫວັນນະເຂດ​ ແລ້ວໄດ້ພົບເຫັນຊາຍໄວລຸ້ນຈຳນວນ​ 02​ ຄົນໄດ້ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ​ (ຊຸດດຳ). ຈາກນັ້ນ, ຈຶ່ງນຳເອົາຕົວພວກກ່ຽວເຂົ້າມາມອບໃຫ້ເຈົ້າໜ້າທີ່ຕຳຫຼວດພະແນກສອບສວນຄະດີອາຍາ.​

ຜ່ານການສືບສວນ-ສອບສວນພວກກ່ຽວທັງ​ 02​ ຄົນ​ ໄດ້ຮັບສາລະພາບວ່າ ຜ່ານມາພວກຕົນແມ່ນເຄີຍແຕ່ງກາຍນຸ່ງຊຸດເຄື່ອງແບບຊຸດດຳໃນຄັ້ງ ວັນທີ 15/08/2023 ໃນເວລາ​ 21​ ໂມງ​ ແລ້ວໄດ້ພາກັນຂັບຂີ່ລົດໃສ່ໝວກກັນກະທົບ​ ແລະ​ ອອກເລາະຕາມເສັ້ນທາງເມື່ອຫາກພົບເຫັນຄົນຊ້ອນລົດຈັກກັນ​ 03​ ຄົນ​ ຫຼື​ ວ່າລົດມີການດັດແປງແລ້ວແມ່ນໄດ້ຂີ່ລົດຈັກໄລ່ນຳເຊິ່ງພວກກ່ຽວໄດ້ເຮັດມາແລ້ວຫຼາຍຄັ້ງແລ້ວ​ ມາໃນຄັ້ງນີ້ແມ່ນພວກກ່ຽວໄດ້ຂີ່ລົດຈັກມາຈອດຢູ່ຈຸດ​ 03​ ແຍກ​ ຕໍ່ໜ້າກັບທະນາຄານກາງຫຼັກ​ 04​ ແລ້ວ​ ມີເຈົ້າໜ້າທີ່ຕຳຫຼວດເຂົ້າມາຄຸມຕົວມາສອບສວນຕາມຂັ້ນຕອນຂອງກົດໝາຍ ເຊິ່ງເຫດການດັ່ງກ່າວແມ່ນມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮ້ອຍຢູ່ໃນສັງຄົມສ້າງຄວາມເສຍຫາຍໃຫ້ແກ່ຄົນທົ່ວໄປ ແລະ​ ເຊື່ອມເສຍພາບພົດຂອງພະນັກງານພັກ-ລັດທີ່ພວກເຂົາປະຕິບັດວຽກງານຕົວຈິງຢູ່ໃນສັງຄົມ.

ທີ່ມາ ປກສ​ ສະຫວັນ​ນະ​ເຂດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ