ດວງ-Tou-Vientianepost - 2023-08-21T201248.179
ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 August, 2023
ໝວດ: ຂ່າວ

ໃນວັນຈັນ ທີ 21 ສິງຫານີ້, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທໍາ ຈໍານວນ 13 ໂຕນ ເພື່ອຮັບມື ກັບໄພພິບັດສຸກເສີນ ເຊິ່ງຕາງຫນ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍ ພະນະທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ຫນາມບິນສາກົນວັດໄຕ.

ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາເຫຼົ່ານີ້ ແມ່ນສ່ວນຫນຶ່ງຂອງກິດຈະກໍາຮ່ວມມື ດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ.

ຍິນດີທີ່ໄດ້ສະຫນັບສະຫນູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ, ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກໍາລັງຕອບໂຕ້ກັບໄພ ນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ.” ທ່ານເອກອັກຄະລັດຖະທູດ ແຄລີ ກ່າວ.ເຄື່ອງຊ່ວຍເຫຼືອສະຫນັບສະຫນູນດ້ານມະນຸດສະທໍາ ມີມູນຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີ ຊຸດອະນາໄມ 180 ຊຸດ, ຊຸດເຄື່ອງຄົວ 368 ຊຸດ, ຜ້າຫົ່ມ 800 ຜືນ, ມຸ້ງ 1.600 ດາງ, ສາດຢາງ 900 ຜືນ ເຊິ່ງສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 2.000 ຄົນ.

“ລັດຖະບານລາວຕີລາຄາສູງຕໍ່ກັບການຊ່ວຍເຫຼືອວຽກງານມະນຸດສະທໍາຈາກລັດຖະບານອົດສະຕຣາລີ. ການທີ່ພວກເຮົາມີເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດກຽມພ້ອມໃນປະເທດແມ່ນສາມາດຊ່ວຍໃຫ້ ລັດຖະບານລາວຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງໄວ.

ເຄື່ອງຊ່ວຍເຫຼືອວຽກງານມະນຸດສະທໍາທີ່ ລັດຖະບານອົດສະຕຣາລີໄດ້ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2022 ໄດ້ຖືກສົ່ງໄປຊ່ວຍເຫຼືອຊຸມຊົນທີ່ຖືກຜົນກະທົບຈາກນ້ໍາຖ້ວມທີ່ສາມແຂວງພາກກາງ” ທ່ານຮອງ
ລັດຖະມົນຕີ ລີປາວ ຢ່າງ ກ່າວ.

ອົດສະຕຣາລີມີຄວາມມຸ່ງຫມັ້ນທີ່ຈະສະຫນັບສະຫນູນລັດຖະບານລາວ ໃນວຽກງານດ້ານມະນຸດສະທໍາ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານໂຄງການຮ່ວມມືພັດທະນາຂອງພວກເຮົາ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ