ດວງ-Tou-Vientianepost - 2023-08-22T114759.011
ຍິມນາສຕິກລາວກຽມສົ່ງນັກກິລາ ເຂົ້າຮ່ວມຮ່ວມຊີງແຊ໋ມໂລກ 2023 ທີ່ປະເທດແອັດສະປາຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 August, 2023
ໝວດ: ຂ່າວ

ສະຫະພັນຍິມນາສຕິກແຫ່ງຊາດລາວ ຫຼື (LGF) ຂອງ ສປປ ລາວ ໄດ້ຮັບການຢືນຢັນຈາກທາງ ສະຫະພັນຍິມນາສຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາທີມຊາດລາວ ຄື: ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍ ການຍິມນາສຕິກ ຊີງແຊ໋ມໂລກ ຫຼື ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ຈະຈັດຂຶ້ນ ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກິລາຮ່ວມງານກິລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ.

ທ່ານ ໂພແກ້ວ ພິລາພັນເດດ ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ແຈ້ງໃຫ້ທີມງານສື່ມວນຊົນລາວຊາບວ່າ: ກ່ອນໜ້ານີ້ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າ ຮ່ວມການແຂ່ງຂັນ ລາຍການ ຊີງແຊ໋ມ ອາຊີ ແຊ໋ມປ້ຽນຊິບ 2023 Asian Championships ຜ່ານມາ ທີ່ປະເທດຟິລິບປິນ ເພື່ອໂອກາດ ແລະ ສິດໃນການເຂົ້າຮ່ວມໃນ WORLD CHAMPIONSHIPS ຄັ້ງນີ້ ໂດຍການແຂ່ງຂັນ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ຈະມີບັນດາປະເທດທີ່ສົ່ງເຂົ້າຮ່ວມຊີງໄຊເຖິງ 62 ປະເທດຈາກທົ່ວໂລກ.

ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ກ່າວໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ຈະເປັນໂອກາດ ແລະ ເປັນການສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະ ເປັນການພັດ ທະນານັກກິລາຍິມນາສຕິກລາວໃນອະນາຄົດ ອີກທັງຍັງເປັນການກຽມຄວາມພ້ອມເພື່ອໂອກາດໃນການຄວ້າຫຼຽນໃນການຮ່ວມແຂ່ງຂັນງານມະຫະກຳກິລາ ຊີເກມ ຄັ້ງທີ 33 ປີ 2025ທີ່ປະເທດໄທ ຮັບກຽດເປັນເຈົ້າພາບທີ່ຈະມາເຖິງນີ້ອີກດ້ວຍ.

ສຳລັບ ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາທີມຊາດ ເມື່ອປີ 2022 ໄດ້ກາຍເປັນຜູ້ຍິງລາວຄົນທຳອິດ ທີ່ໄດ້ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ແລະ ຍັງໄດ້ມີບົດບາດໃນການເຄື່ອນໄຫວເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງໃນຂົງເຂດອາຊຽນ ແລະ ອາຊີ ຢ່າງຕໍ່ເນື່ອງອີກດ້ວຍ ຊຶ່ງຜົນງານແມ່ນບໍ່ທຳມະດາ ໂດຍສະເພາະໃນ ຊີເກມ ຄັ້ງທີ 32 ແມ່ນສາມາດຕິດທອບ 10 ຜ່ານເຂົ້າໄປຊີງຫຼຽນຄຳ ໃນງານດັ່ງກ່າວອີກດ້ວຍ.
ຂ່າວ: ໜັງສືພິມວຽງຈັນທາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
Copy of site cover (10)
ມາແລ້ວ! Nothing ຢືນຢັນເປີດໂຕ Phone (3) ພາຍໃນ 3 ປີນີ້
VP LANDSCAPE COVER (37)
ເຮືອບິນຂັບໄລ່ RAF ສະກັດກັ້ນເຮືອບິນຂອງຣັດເຊຍໃກ້ກັບນ່ານຟ້າຂອງ NATO
site cov (74)
ຢູ່ເມືອງຮ້ອນ = ແກ່ໄວ? ນັກວິໄຈຊີ້ຄວາມຮ້ອນເລັ່ງອາຍຸຊີວະພາບ ເຮັດໃຫ້ຮ່າງກາຍເສື່ອມໄວບໍ່ຕ່າງຈາກສູບຢາ
ຢ່າລື່ມກົດຕິດຕາມ