ດວງ-Tou-Vientianepost - 2023-08-25T124113.712
ນັກສຶກສາລາວ ໄດ້ຮັບທຶນການສຶກສາ ຢູ່ ສປ ຈີນ 350 ທຶນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 August, 2023
ໝວດ: ຂ່າວ

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າມອບທຶນການສຶກສາຂອງລັດຖະບານ ສປ ຈີນ ຈຳນວນ 350 ທຶນ ໃຫ້ນັກສຶກສາ ແລະ ພະນັກງານ-ລັດຖະກອນຂອງ ສປປ ລາວ ໄປສຶກສາຕໍ່ທີ່ ສປ ຈີນ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກຮຽນປີ 2023-2025 ໂດຍໄດ້ມີງານລ້ຽງສົ່ງນັກສຶກສາດັ່ງກ່າວ ໃນວັນທີ 24 ສິງຫາ 2023 ໂດຍ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Want Chang ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

ທ່ານ Want Chang ໄດ້ສະແດງຄວາມຍິນດີ ຕໍ່ບັນດານັກສຶກສາລາວທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້, ພ້ອມທັງ ເຊື່ອໝັ້ນວ່າ: ນັກສຶກສາດັ່ງກ່າວ ຈະກາຍເປັນຂົວຕໍ່ໃນການຮັດແໜ້ນສາຍພົວ ພັນລະຫວ່າງ ສອງພັກສອງລັດ, ປະຊາຊົນສອງຊາດລາວ-ຈີນ ຊຶ່ງປັດຈຸບັນມີນັກສຶກສາລາວ ໄດ້ຮັບທຶນຈາກລັດຖະບານຈີນ ເຂົ້າຮຽນຢູ່ມະຫາວິທະຍາໄລສະຖາບັນຕ່າງໆຂອງປະເທດຈີນ ແລະ ລັດຖະບານ

ສປ ຈີນ ຢຶນຍັນວ່າ ຈະໃຫ້ທຶນການສຶກສາແກ່ ສປປ ລາວ 350 ທຶນຕໍ່ປີ ໃນລະດັນທຶນຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ການຝຶກອົບຮົມວິຊີບໄລຍະສັ້ນ-ຍາວ ອີກດ້ວຍ.
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຈີນ ປະຈຳ ສປປ ລາວ ກໍຄື ລັດຖະບານ ສປ ຈີນ ທີ່ໃຫ້ທຶນການສຶກສາແກ່ນັກສຶກສາ ແລະ ພະນັກງານ-ລັດຖະ

ກອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດານັກສຶກສາ ເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງບັນດາມະຫາວິທະຍາໄລ ກໍຄື ກົດໝາຍຂອງປະເທດຈີນຢ່າງເຄັ່ງຄັດ ແລະ ໃຫ້ເອົາໃຈໃສ່ສຶກສາ, ຄົ້ນ ຄວ້າ, ຮໍ່າຮຽນໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ນຳເອົາວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງລາວ ໄປເຜີຍແຜ່ໃຫ້ກັບບັນດານັກຮຽນ, ນັກສຶກສາຂອງ ສປ ຈີນ ໄດ້ຮັບຮູ້ຢ່າງກວ້າງຂວາງ, ພ້ອມທັງນຳເອົາຄວາມ ຮູ້ຄວາມສາມາດ ແລະ ບົດຮຽນ ທີ່ໄດ້ຮັບ ມາພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນ ສີວິໄລ ຍິ່ງໆຂຶ້ນ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ