ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ ຢູ່ຂອບເຂດບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ສາມາດກັກເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄົນ ຄື: ທ້າວ ແຫລ້ ອາຍຸ 26 ປີ ອາຊີບເຮັດນາ ຢູ່ບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ, ພ້ອມຂອງກາງຢາບ້າ 83 ເມັດ ມາທໍາການສອບສວນ. ຈາກນັ້ນ, ຜູ້ກ່ຽວຍັງໄດ້ໃຫ້ການຊັກທອດຫາຜູ້ຮ່ວມຂະບວນການ ຊື່ ທ້າວ ໝາຍ ອາຍຸ 42 ປີ ອາຊີບກໍາມະກອນ ຢູ່ບ້ານ ຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ຖືກກັກຕົວວັນທີ 1 ສິງຫາ 2023 ພ້ອມດ້ວຍຂອງກາງຢາບ້າ 2.592 ເມັດ ມາທໍາການສືບສວນ-ສອບສວນ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເລັ່ງສືບສວນ-ສອບສວນພວກກ່ຽວທັງສອງຄົນ ເພື່ອຂະຫຍາຍຜົນຫາກຸ່ມເແກ້ງ, ເຄືອຂ່າຍ ແລະ ຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |