ໃນວັນທີ 11 ກັນຍາ 2023, ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີມອບ-ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງລະບົບໂທລະຄົມຂ້າມຊາດ ໃຫ້ເຈົ້າໜ້າທີ່ຕໍາຫລວດ ສປ ຈີນ ນຳໄປສືບຕໍ່ດຳເນີນຄະດີ ໂດຍມີ ທ່ານ ພັອ ມັກ ວິໄລພົນ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ລາວ ແລະ ທ່ານ ພັທ ຢາງ ວ້ານ ຟາງ ຫົວໜ້າພະແນກສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການມອບ-ຮັບ ຜູ້ຖືກຫາຄະດີສໍ້ໂກງຊັບທາງລະບົບໂທ ລະຄົມຂ້າມ ຊາດໃຫ້ເຈົ້າໜ້າທີ່ຕໍາຫລວດ ສປ ຈີນ ໃນຄັ້ງນີ້, ມີທັງໝົດ 164 ຄົນ, ຍິງ 13 ຄົນ. ໃນນີ້, ມີຜູ້ຖືກຫາຖືກກັກຕົວຢູ່ຈຸດນະຄອນຫລວງວຽງຈັນ 77 ຄົນ, ເຂດເສດຖະກິດພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ 46 ຄົນ, ແຂວງວຽງຈັນ 22 ຄົນ ແລະ ແຂວງສະຫວັນນະເຂດ 19 ຄົນ.
ໃນພິທີດັ່ງກ່າວ, ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບຜູ້ຖືກຫາ ເຊິ່ງກັນ ແລະ ກັນ ໂດຍອີງຕາມບົດບັນທຶກການຮ່ວມມືປະຈຳປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ສະບັບລົງວັນທີ 25 ພຶດສະພາ 2023 ແລະ ອີງຕາມການຮ່ວມມືຂອງສອງກໍາລັງຕໍາຫລວດ ລາວ-ຈີນ ໃນການມ້າງຄະດີຕົວຈິງ ຢູ່ ສປປ ລາວ ເພື່ອນໍາເອົາຕົວພວກກ່ຽວກັບຄືນປະເທດ ແລະ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ-ພາບ: ລັດດາວັນ
ແຫລ່ງຂ່າວ: ໜັງສືພິມ ປ້ອງກັນຄວາມສະຫວົງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |