ດວງ-Tou-Vientianepost (27)
ອົງການກາແດງ ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງປາກກະດິງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 13 September, 2023
ໝວດ: ຂ່າວ

ເມື່ອບໍ່ດົນມານີ້, ທ່ານ ກາວິພອນ ສຸດທິ ຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ ພ້ອມຄະນະ, ຫົວໜ້າອົງການກາແດງແຂວງບໍລິຄຳໃຊ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບການສະນັບສະໜູນຈາກ ສະຖານທູດໄທ ປະຈຳ ສປປ ລາວ ແລະ ຄະນະປ້ອງກັນ ແລະ ປາບປາມຢາເສບຕິດປະເທດໄທ ໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 6 ບ້ານ, 302 ຄອບຄົວ, 707 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ປະກອບມີ: ເຂົ້າສານຈ້າວ 1.218 ກິໂລ, ນໍ້າດື່ມ 906 ແພັກ, ປ່ອງປາ 2.114 ປ່ອງ, ໝີ່ກ່ອງ 604 ກ່ອງ, ໝີ່ສຳເລັດຮູບ 906 ຫໍ່ ແລະ ເຄື່ອງນຸ່ງຫົ່ມ 1.200 ຜືນ ລວມມູນຄ່າທັງໝົເ 100 ລ້ານກວ່າກີບ.

ໂອກາດດັ່ງກ່າວ, ຕາງໜ້າໃຫ້ແກ່ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 6 ບ້ານຂອງເມືອງປາກກະດິງ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຊ່ວຍເຫລືອຂອງອົງການກາແດງແຫ່ງຊາດລາວ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຂອງພັກ ແລະ ລັດຖະບານ ທີ່ຍາມໃດກໍເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຕະຫລອດມາ.
ນັບແຕ່ປະຊາຊົນແຂວງບໍລິຄຳໄຊ ປະສົບໄພນໍ້າຖ້ວມ, ອົງການກາແດງແຫ່ງຊາດລາວ ກໍຄືອົງ ການກາແດງແຂວງ ໄດ້ໃຫ້ການຊ່ວຍເຫລືອ ຢູ່ແຂວງບໍລິຄຳໄຊ ຄັ້ງນີ້ເປັນຄັ້ງທີສາມ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ