ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 September, 2023
ໝວດ: ຂ່າວ

ໃນວັນທີ 15-16 ກັນຍາ 2023 ນີ້, ທີ່ ນະຄອນຫລວງ ລາຮາວານ, ສາທາລະນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ 77 ແລະ ຈີນ, ເຊິ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດຂອງ ສ ກູບາ ພາຍໃຕ້ຫົວຂໍ້: ບັນດາສິ່ງທ້າທາຍໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ລະນະວັດຕະກຳ (Current Development Challenges: the Role of Science, Technology and Innovation), ພາຍຫລັງຈາກສຳເລັດການຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການກ່ອນໜ້ານີ້.

ກອງປະຊຸມສຸດຍອດດັ່ງກ່າວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15 ກັນຍາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ (Miguel Diaz Canel BERMUDEZ), ປະທານປະເທດ ແຫ່ງ ສ ກູບາ ໃນນາມປະທານຂອງກຸ່ມ 77 ແລະ ຈີນ ໃນປີ 2023 ແລະ ມີຜູ້ນໍາຂັ້ນສູງຈາກບັນດາປະເທດສະມາຊິກຂອງກຸ່ມ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງຟົດຟື້ນ. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ແລະ ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາ ແລະ ແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ພ້ອມທັງຢ້ຳຄືນຄວາມໝາຍໝັ້ນ, ຄວາມສາມັກຄີເປັນປຶກແຜ່ນ ກໍຄື ຫລັກການລວມຂອງກຸ່ມ 77 ແລະ ຈີນ ທີ່ເປັນກຸ່ມລະຫວ່າງລັດຖະບານທີ່ໃຫຍ່ທີ່ສຸດ ຂອງປະເທດກຳລັງພັດທະນາໃນທົ່ວໂລກໃນລະບົບ ອົງການສະຫະປະຊາຊາດ.

ໃນພາກພິທີເປີດກອງປະຊຸມ ແລະ ພາກອະພິປາຍທົ່ວໄປ ວັນທີ 15 ກັນຍາ, ປະທານກອງປະຊຸມ ແລະ ບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ລວມທັງ ທ່ານເລຂາທິການໃຫຍ່ ສປຊ ອັນໂຕນີໂອ ກູເຕເຣັສ (Antonio Guterres) ໄດ້ກ່າວປາໄສ ໂດຍມີເນື້ອໃນສຳຄັນທີ່ຍົກໃຫ້ເຫັນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນເປັນຂໍກຸນແຈອັນສຳຄັນໜຶ່ງໃນການຄົ້ນຫາຕົ້ນຕໍຂອງບັນຫາ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ ເຊິ່ງໄດ້ກົດໜ່ວງທ່ວງດຶງການພັດທະນາຂອງສາກົນ ກໍຄື ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ພ້ອມທັງໄດ້ເນັ້ນເຖິງບົດບາດສໍາຄັນຂອງກຸ່ມ 77 ແລະ ຈີນ ໃນການສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ ແລະ ການປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດກຳລັງພັດທະນາ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ກໍຄື ປະຊາຊົນ ສ ກູບາ ໃນນາມປະທານກຸ່ມ 77 ແລະ ຈີນ ກໍຄືປະເທດເຈົ້າພາບກອງປະຊຸມ ພ້ອມທັງໄດ້ຕີລາຄາການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາ ໃນໄລຍະກາງສະໄໝ, ເຊິ່ງເຫັນວ່າ ປະເທດກຳລັງພັດທະນາ ໄດ້ຕົກຢູ່ໃນສະພາບເສດຖະກິດທີ່ຖົດຖອຍ, ມີຄວາມຄືບໜ້າຊ້າ ແລະ ມີທ່າອ່ຽງທີ່ຈະບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮຽກຮ້ອງໃຫ້ຊອກຫາແນວທາງ ແລະ ວິທີການແບບໃໝ່ ເພື່ອຟື້ນຟູສະພາບເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບ ຈາກວິກິດການດ້ານຕ່າງໆ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງ ໂດຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ທັນສະໄໝ ເພື່ອພັກດັນການຫັນປ່ຽນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະການພັດທະນາສາກົນ, ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມ ຄາດໝາຍ. ພ້ອມກັນນີ້, ທ່ານ

ປະທານປະເທດ ໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຫລາຍຕໍ່ບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນການແກ້ໄຂສິ່ງທ້າທາຍຕ່າງໆ ແລະ ສົ່ງເສີມການພັດທະນາປະເທດ ຕາມທິດການເຕີບໂຕສີຂຽວ ແລະ ເສດຖະກິດດີຈິຕອນ ໂດຍໄດ້ວາງວິໄສທັດ ແລະ ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແລະ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ໃນພາກພື້ນ ເພື່ອແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກໂນໂລຊີ ລວມທັງໃນຂອບການຮ່ວມມື ໃຕ້-ໃຕ້, ອາຊຽນ ແລະ ອື່ນໆ. ພ້ອມກັນນັ້ນ, ຍັງເນັ້ນເຖິງຄວາມຕ້ອງການ ການສະໜັບສະໜູນ ແລະ ການຮ່ວມມືໃນການພັດທະນາຂະແໜງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ຫລາຍຂຶ້ນກວ່າເກົ່າ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃນ ຂະແໜງເຫລົ່ານີ້ ກໍຄືການຮັດແໜ້ນການຮ່ວມມືໃນຂອບໃຕ້-ໃຕ້ ແລະ ຂອບສາມຝ່າຍ ໃນການແລກປ່ຽນບົດຮຽນ, ຖ່າຍທອດເຕັກນິກ ແລະ ເຕັກໂນໂລຊີທີ່ແທດເໝາະກັບສະພາບເງື່ອນໄຂຂອງແຕ່ລະປະເທດ ແລະ ການສົ່ງເສີມການລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແນໃສ່ຊຸກຍູ້ການພັດທະນາແບບ

ຍືນຍົງ ພາຍໃນແຕ່ລະປະເທດ ໃຫ້ດີຂຶ້ນໄປເລື້ອຍໆ ໂດຍສະເໜີໃຫ້ມີການສ້າງກົນໄກຮ່ວມມື ແລະ ມີຂໍ້ລິເລີ່ມ ທີ່ເປັນທ່າແຮງໃນການສົ່ງເສີມຄວາມເຂັ້ມແຂງ ແລະ ຊ່ວຍຊຸກຍູ້ເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດກຳລັງພັດທະນາດ້ວຍກັນ ໃຫ້ມີການຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອໃຫ້ກາຍເປັນກົງຈັກຂັບເຄື່ອນການພັດທະນາແບບຍືນຍົງຢ່າງເປັນຮູບປະທຳຫລາຍກວ່າເກົ່າ. ນອກຈາກນັ້ນ, ກໍເຫັນວ່າ ທ່າອ່ຽງໃນການນໍາໃຊ້ມາດຕະການປົກປ້ອງ ແລະ ບີບບັງຄັບຝ່າຍດຽວ ນັບມື້ນັບເພີ່ມຂຶ້ນ, ເຊິ່ງເປັນປັດໄຈທີ່ທຳລາຍລະບົບການຄ້າຫລາຍຝ່າຍ ໃນຂະນະທີ່ ບັນດາປະເທດກຳລັງພັດທະນາ ຍັງມີຄວາມຕ້ອງການຮັກສາສິດທິພິເສດ ແລະ ການປະຕິບັດແບບພິເສດທາງດ້ານການຄ້າ ເພື່ອຊຸກຍູ້ການພັດທະນາປະເທດຂອງຕົນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງສືບຕໍ່ຮຽກຮ້ອງໃຫ້ຢຸດຕິໂດຍທັນທີ ການຂວ້ຳບາດດ້ານເສດຖະກິດຕໍ່ສາທາລະນະລັດ ກູບາ ແລະ ເຫັນວ່າ ການຂວໍ້າບາດ ມີແຕ່ຈະນຳໄປສູ່ຄວາມເສຍຫາຍ ແລະ ຜົນກະທົບທາງລົບ ຕໍ່ປະຊາຊົນຜູ້ບໍລິສຸດ ແລະ ສ້າງຄວາມແຕກແຍກລະຫວ່າງຊາດໃຫ້ນັບມື້ນັບຫລາຍຂຶ້ນ. ໃນຕອນທ້າຍ, ທ່ານປະທານປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບ ບັນດາສະມາຊິກ ກຸ່ມ 77 ແລະ ຈີນ ກໍຄືທຸກໆປະເທດ ໃນໂລກ ໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງ ແລະ ສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດຄັ້ງນີ້, ໄດ້ຮັບຮອງເອົາຖະແຫລງການລາຮາວານ ເພື່ອເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ໃນການສືບຕໍ່ການຮ່ວມມືເພື່ອການພັດທະນາ, ແລກປ່ຽນເຊິ່ງກັນ ແລະ ກັນ ລວມທັງຈຳກັດສິ່ງກີດຂວາງຕ່າງໆ ໃນການເຂົ້າເຖິງ ແລະ ນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອເຮັດໃຫ້ທຸກໆປະເທດ ໂດຍສະເພາະປະເທດກຳລັງພັດທະນາສາມາດ ນຳໃຊ້ຄວາມຮູ້ ແລະ ເຕັກນິກວິຊາການໃນຂະແໜງການດັ່ງກ່າວ ເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ແລະ ປະກອບສ່ວນເຂົ້າໃນການພັດທະນາ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ ກອງປະຊຸມໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 16 ກັນຍາ ຂອງທຸກປີ ເປັນວັນ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ຂອງປະເທດກໍາລັງພັດທະນາ.

ກຸ່ມ 77 ແລະ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 1964, ໂດຍປະເທດກໍາລັງພັດທະນາ 77 ປະເທດ, ພາຍໃຕ້ຖະແຫລງການຮ່ວມ ຂອງປະເທດກຳລັງພັດທະນາ 77 ປະເທດ ທີ່ ເຊີແນວ, ສະວິດ, ໂດຍມີເປົ້າໝາຍໃນການເຕົ້າໂຮມກຳລັງແຮງເປັນອັນໜຶ່ງອັນດຽວ ເພື່ອພ້ອມກັນຕໍ່ສູ້ ແລະ ປົກປ້ອງຜົນປະໂຫຍດຂອງປະເທດກຳລັງພັດທະນາໃນດ້ານເສດຖະກິດ ແລະ ສົ່ງເສີມການຮ່ວມມືໃຕ້-ໃຕ້ (South-South Cooperation) ໃນເວທີສະຫະປະຊາຊາດ ໂດຍເຫັນໄດ້ເຖິງຄວາມສຳຄັນຂອງກຸ່ມ, ບັນດາປະເທດກຳລັງພັດທະນາໄດ້ສະໝັກເຂົ້າເປັນສະມາຊິກຂອງກຸ່ມນັບມື້ນັບເພີ່ມຂຶ້ນ ແລະ ໃນປັດຈຸບັນ ມີສະມາຊິກເຖິງ 134 ປະເທດ ເຖິງວ່າຈຳນວນປະເທດສະມາຊິກໄດ້ເພີ່ມຂຶ້ນ ແຕ່ຊື່ເດີມໃນເວລາກໍ່ຕັ້ງກຸ່ມຍັງຖືກຮັກສາໄວ້ຄືເກົ່າ ຄື ກຸ່ມ 77 ແລະ ຈີນ.

ຂ່າວ-ພາບ:ກຕທ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ