ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 26 ເດືອນກັນຍາ, 2023
ໝວດ: ກິລາ

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໄດ້ນຳພານັກກິລາຝຶກຊ້ອມ ແລະມີ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫລືອ 23 ຄົນສຸດທ້າຍກ່ອນເຂົ້າຮ່ວມການແຂ່ງຂັນ.

ສຳລັບລາຍຊື່ 31 ຄົນ ມີລາຍຊື່ດັ່ງລຸ່ມນີ໊: + ຜູ້ຮັກສາປະຕູ 1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ 2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ) 3. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ 4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ 5. ສຸກສະຫມອນ ເວທີຕະ ຈາກ ສະໂມສອນ ຊ້າງນ້ອຍ

ກອງຫຼັງ: 6. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ 7. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ 8. ອະພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ 9. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ 10 ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ 11. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ 12.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ 13. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນກິລາບານເຕະ PHATTALUNG FC ( ໄທລີກ 3 ປະເທດໄທ ) 14. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ 15. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

ກອງກາງ:16. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ ) 17. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ) 18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ Rome city institute ( ປະເທດອີຕາລີ ) 19. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ 20. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ 21. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ 22. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ 23. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ 24. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ 25. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ 26. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

ກອງຫນ້າ:27. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ ) 28.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ 29.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ 30.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ 31. ທັດສະພອນ ໄຊສຸກ ຈາກ ສະໂມສອນກິລາບານເຕະ ຄິງຄອມ ( ລີກ 2 ນະຄອນຫຼວງ )

ສຳລັບ ທີມຊາດລາວ ມີໂປແກຣມອຸ່ນເຄື່ອງ 1 ນັດ ກ່ອນການແຂ່ງຂັນພົບກັບທີມຊາດເນປານ ໂດຍຈະພົບກັບ ທີມຊາດໄທU20 ໃນວັນທີ 30 ກັນຍາ 2023 ເວລາ 17:30 ແຂ່ງຂັນຢູ່ທີ່ສະຫນາມກິລາ ຊ້າງອາຣີນາ ແຂວງບູຣີຣຳ ປະເທດໄທ.

ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

ທີ່ມາ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ