ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 ເດືອນກັນຍາ, 2023
ໝວດ: ຂ່າວ

ພະເເນກອຸດສາຫະກຳ ແລະ ການຄ້າ ມອບຊີ້ນໝູສົດ ທີ່ຖືກຍຶດໄດ້ ໃຫ້ແກ່ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ວັນທີ 26 ກັນຍາ 2023 ເຈົ້າໜ້າທີ່ກວດກາການຄ້າ ໄດ້ເຄື່ອນໄຫວລາດຕະເວນຕາມຈຸດແຫຼ່ງຂ່າວ ຢູ່ພາຍໃນເມືອງຫ້ວຍຊາຍ ສາມາດກວດກາພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ, ເຊິ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກດ່ານ ແລະ ເປັນການລົບຫຼີກການເສຍພັນທະ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ສະນັ້ນ ຈຶ່ງໄດ້ຍຶດສິນຄ້າດັ່ງກ່າວໄວ້.

ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະພະແນກອຸດສາຫະກໍາ ແລະ ການຄ້າ, ໃນຕອນບ່າຍ ຂອງວັນທີ 27ກັນຍາ 2023 ພາຍໃຕ້ການນໍາພາຂອງທ່ານ ນາງ ພວງພັນ ພູມສະຫວັນ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ, ເປັນມູນຄ່າ 3,200,000 ກີບ ທີ່ຍຶດໄດ້ນັ້ນ ໃຫ້ແກ່ ໂຮງຮຽນ ມ.ສ ສາມັນກິນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ