ດວງ-Tou-Vientianepost (59)
ອົງການອະນາໄມໂລກ ປະກາດ ແລະ ຢັ້ງຢືນ ໃຫ້ລາວ ເປັນປະເທດລົບລ້າງພະຍາດຂາຊ້າງ ໄດ້ແລ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 October, 2023
ໝວດ: ຂ່າວ

ພະຍາດຂາຊ້າງ ແມ່ນພະຍາດກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະໃຫຍ່ຂຶ້ນ ເຊິ່ງຈະມີອາການເຈັບປວດ, ພິການແບບຮຸນແຮງ ອາດສົ່ງຜົນໃຫ້ມີການລັງກຽດ ແລະ ເຮັດໃຫ້ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ຕາມມາ.

ວັນທີ 16 ຕຸລາ 2023, ທີ່ມະນິລາ, ປະເທດຟີລິບປິນ: ອົງການອະນາໄມໂລກ ໄດ້ປະກາດ ແລະ ຢັ້ງຢືນຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ທີ່ນອນໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມຕື່ມ ທີ່ພາໃຫ້ຄົນເຈັບມີອາການເຈັບເປັນ ແລະ ພິການ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກແລ້ວ.

ທ່ານ Dr Tedros Adhanom Ghebreyesus, ຜູ້ອໍານວຍການໃຫຍ່ ອົງການອະນາໄມໂລກ ໄດ້ກ່າວວ່າ: “ຂ້າພະເຈົ້າຢາກຂໍສະແດງຄວາມຍິນດີມາຍັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການຢັ້ງຢືນການລົບລ້າງພະຍາດຂາຊ້າງ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກ. ຜົນສຳເລັດດັ່ງກ່າວ ເປັນເຄື່ອງພິສູດໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນລາວ ສະເໝີມາ.” ພ້ອມນີ້, ກໍໄດ້ ມອບໂລ້ ອັນເປັນເຄື່ອງໝາຍຄວາມສຳເລັດ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ຂອງ ສປປ ລາວ ທີ່ກອງປະຊຸມຄະນະກໍາມະການ ອົງການອະນາໄມໂລກ ປະຈຳພາກພື້ນປາຊີຟິກຕາເວັນຕົກ ໃນອາທິດນີ້ ທີ່ມະນິລາ, ປະເທດ ຟີລິບປິນ.

ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ກ່າວວ່າ: ສປປ ລາວ ເປັນ 1 ໃນ 12 ປະເທດ ແລະ ເຂດປົກຄອງໃນພາກພື້ນປາຊີຟິກຕາເວັນຕົກ ທີ່ໄດ້ປະສົບຜົນສໍາເລັດໃນການລົບລ້າງພະຍາດຂາຊ້າງບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກນັບຕັ້ງແຕ່ປີ 2000 ເຊິ່ງລວມມີ ປະເທດກໍາປູເຈຍ (Cambodia), ສປ ຈີນ (China), ຄຸກອິດສະແລນ (Cook Islands), ກິຣີບາຕີ (Kiribati), ນີອູ (Niue), ມາດໂຊນ ອິດສະແລນ (Marshall Islands), ປາລາອູ (Palau), ສ ເກົາຫຼີ (Republic of Korea), ຕົງກາ (Tonga), ວານູອາຕູ (Vanuatu), ຫວຽດນາມ (Viet Nam) ແລະ ວາລິດ ແລະ ຟູຕູນາ (Wallis and Futuna).

ຜົນສໍາເລັດໃນການລົບລ້າງພະຍາດຂາຊ້າງໃນ ສປປ ລາວ ແມ່ນ ຫລັກຖານທີ່ໄດ້ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ, ບັນດາຄູ່ຮ່ວມງານ, ຊຸມຊົນ ແລະ ພະນັກງານແພດໝໍ ຈົນພາໃຫ້ໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ ໃນຂະແໜງສາທາລະນະສຸກ. ຜົນສໍາເລັດດັ່ງກ່າວນີ້ ເປັນສິ່ງຢໍ້າເຕືອນໃຫ້ເຮົາເຫັນວ່າ ພວກເຮົາສາມາດເອົາຊະນະສິ່ງທ້າທາຍທີ່ໜ້າຢ້ານກົວທີ່ສຸດໄດ້ ເມື່ອເຮົາມີຄວາມຕັ້ງໜ້າ, ຄວາມເອົາໃຈໃສ່ ແລະ ມີການຮ່ວມມືເຊິ່ງກັນ ແລະ ກັນ.”

ພິທີສະເຫລີມສະຫລອງຜົນສຳເລັດໃນການລົບລ້າງພະຍາດຂາຊ້າ ຈະໄດ້ຈັດຂຶ້ນ ໃນວັນທີ 27 ຕຸລາ ທີ່ແຂວງອັດຕະປື, ສປປ ລາວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ